ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-13 16:03:46    
ຜູ່​ນຳ​ຕ່າງປະ​ເທດ​ຊຶ່ງ​ລວມ​ທັງ​ລາວ​ສືບ​ຕໍ່​ສະ​ແດງ​ຄວາມ​ເຫັນ​ໃຈຕໍ່​ໄພ​ແຜ່ນ​ດິນ​ໄຫວ​ຢູ່​ຈີນ

cri Author: d
ຕາມ​ຂ່າວCRI: ວັນ​ທີ1​3ພຶດສະພາ​ນີ້ ຜູ່​ນຳ​​ແລະ​ລັດຖະບານຈຳນວນ​ໜຶ່ງ​ຊຶ່ງ​ລວມທັງ​ລາວສືບ​ຕໍ່ສົ່ງ​ໂທລະ​ເລກ​ໄປ​ຍັງ​ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ເວີນ​ເຈຍ​ປາວ​ນາຍົກລັດຖະມົນຕີຈີນ ຫຼື​ອອກ​ຖະ​ແຫຼ​ງການ​ເພື່ອສະ​ແດງ​ຄວາມ​ເຫັນ​ໃຈຕໍ່​ໄພ​ແຜ່ນດິນ​ໄຫວຮຸນ​ແຮງ​ຢູ່​​ເວີ້​ນຊ່ວນ​ແຂວງ​ເຊ​ສວນຂອງຈີນ.

ທ່ານ​ຈູມ​ມະ​ລີ ​ໄຊຍະ​ສອນ ປະທານ​ປະ​ເທດ​ລາວ​ແລະ​ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກ​ລັດຖະ​ມົນຕີ​ລາວ​ສະ​ແດງ​ຄວາມ​ເຫັນ​ໃຈຢ່າງເລິກ​ຕໍ່​ລັດຖະບານ​ແລະ​ປະຊາ​ຊົນ​ຈີນ,​ເຊື່ອ​ວ່າປະຊາຊົນ​ຈີນຈະ​ຟື້ນ​ຟູ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ​ໂດຍ​ໄວຢ່າງ​​ແນ່ນອນ.

ທ່ານດີ​ມີ​ຕຣີ ​ເມັດ​ເວ​ເດັຟ ປະທານາທິບໍດີຣັດ​ເຊຍ​ສະ​ແດງ​ຄວາ​ມ​ເຫັນ​ໃຈ​ອັນ​ເລິກ​​ເຊິ່ງຕໍ່​ແຜ່ນດິນ​​ໄຫວ​ຢູ່​ເຊ​ສວນ,ສະ​ແດງ​ຄວາມ​ຢື້​ຢ້າມຖາມ​ຂ່າວ​ອັນ​ຈິງ​ໃຈ​ຕໍ່​ຄອບ​ຄົບ​ຂອງ​ຜູ່​ປະສົບ​ໄພ.ທ່ານວະ​ລາ​ດີ​ເມຍ ປູ​ຕີນ ນາຍົກລັດຖະມົນຕີກ່າວວ່າ,ຣັດ​ເຊຍ​ຍິນ​ດີ​ສະໜອງ​ການ​ຊ່ວຍ​ເຫຼືອທີ່​ຈຳ​ເປັນ​ຕໍ່​ວຽກ​ງານຊ່ວຍ​ເຫຼືອກູ້​ໄພ.

ທ່ານ​ໂບ​ໄຊ​ສຄູ ປະທານາທິບໍດີ​​ຣູມາ​ນີ​ເຊື່ອ​ວ່າ ລັດຖະບານ​ຈີນ​ມີ​ຄວາມ​ສາມາດ​ນຳພາ​ປະຊາຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ,ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ໂດຍ​ໄວ,​ໃນ​ເວລາ​ເພື່ອນ​ມິດ​ຈີນ​ປະສົບ​ຄວາມ​ຫຍຸ້ງຍາກ,​ຣູມາ​ນີຍິນ​ດີ​ສະໜອງ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນຕາ​ມຄວາມ​ສາມາດ​ຂອງ​ຕົນ.

ທ່ານ​ມູຊາ​ລັຟ ປະທາ​ນາ​ທິບໍດີ​ ແລະ​ທ່ານ​ຈີ​ລາ​ນີ ນາຍົກລັດຖະມົນຕີຂອງປາ​ກີ​ສະຖານ​ກ່າວ​ວ່າ,​ເຊື່ອ​ວ່າ​ປະຊາຊົນ​ຈີນ​ທີ່​ບໍ່​ງໍ້​ງ່ຽງ​ຕໍ່​ອຸປະສັກ​ໃດໆ​ຍ່ອມ​ຈະ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ພາຍ​ໃນ​ເວລາ​ສັ້ນທີ່​ສຸດ,ປະ​ຊາ​ຊົນ​ປາ​ກີ​ສະຖານ​ຈະ​ອອກ​ແຮງ​ສຸດ​ຂີດຊ່ວຍ​ເຫຼືອ​ປະຊາຊົນ​ຈີນ​ທີ່​ຍິ່ງ​ໃຫຍ່.

ທ່ານ​ລີ​ມຽງ​ບັກ ປະທານາທິບໍດີ​ສ.​ເກົາຫຼີ​ສະ​ແດ​ງຄວາມ​ໄວ້ອາ​ໄລ​ອັນ​ເລິກ​ເຊິ່ງຕໍ່​ຜູ່​​ເສຍ​ຊີວິດ,​ແລະ​ແນະນຳໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ສ.​ເກົາຫຼີ​ສະໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ຈີນ.

ນອກ​ນີ້,​ເຈົ້າຊີວິດ​ຂອງ​ຊັອກ​ດາ​ນີ ປະທານາທິບໍດີ​ຂອງ​ອີ​ຕາ​ລີ ​ໂປ​ໂລຍ ​​ເບຼຊິນ​ແລະ​ແມັກ​ຊິກ​ກໍ່​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຜູ່​ເສຍ​ຊີວິດ.ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຍິ່ປຸ່ນ ພູ​ຖານ ອິສຣາ​ແອນ​ແລະ​ອາກຊັງ​ຕີນ​ກໍ​ຕ່າງ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຈີນ.