|
 |
(GMT+08:00)
2008-05-13 11:54:18
|
 |
ປະຊາຄົມໂລກສະແດງຄວາມເຫັນໃຈຕໍ່ຈີນກ່ຽວກັບໄພແຜ່ນດິນໄຫວ
cri
ຕາມຂ່າວCRI,ພາຍຫຼັງເມືອງເວິ້ນຊວນແຂວງເຊສວນຈີນເກີດແຜ່ນດິນໄຫວຮຸນແຮງເຖິງຂັ້ນ7,8ລິກເຕີໃນວັນທີ12ພຶດສະພາແລ້ວ,ລັດຖະບານແລະຜູ່ນຳຂອງປະເທດຈຳນວນໜຶ່ງແລະຜູ່ຮັບຜິດຊອບຂອງອົງການຈັດຕັ້ງສາກົນສະແດງຄວາມເຫັນໃຈຕໍ່ຈີນກ່ຽວກັບເລື່ອງນີ້.
ວັນທີ12ພຶດສະພານີ້,ລັດຖະບານແລະຜູ່ນຳຂອງປະເທດຕ່າງໆເຊັ່ນທ່ານຢາຊູໂອຟູຄູດາ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານດີມິຕຼີ ເມັດເວເດັຟ ປະທານາທິບໍດີຣັດເຊຍ ທ່ານຈອດຈ໌ ບຸສ ປະທານາທິບໍດີອາເມລິກາ ທ່ານນີໂຄລັສ ຊາຣ໌ໂຄຊີ ປະທານາທິບໍດີຝະຣັ່ງ ທ່ານເປີເວສ ມູຊາລັຟ ປະທານາທິບໍດີປາກີສຖານແລະທ່ານລາຈາ ກີລານີນາຍົກລັດຖະມົນຕີປາກີສຖານ ນາງແອນຈີລາເມີເກວ ນາຍົກລັດຖະມົນຕີເຢຍລະມັນຕ່າງໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈໄປຍັງທ່ານຫູຈິນທາວ ປະທານປະເທດຈີນເພື່ອສະແດງຄວາມເຫັນໃຈດ້ວຍຄວາມຈິງໃຈຕໍ່ຈີນທີ່ປະສົບໄພແຜ່ນດິນໄຫວຢ່າງຮ້າຍແຮງ.ຜູ່ນຳຫຼາຍປະເທດກ່າວວ່າຍິນດີສະໜອງການຊ່ວຍເຫຼືອແກ່ເຂດປະສົບໄພແຜ່ນດິນໄຫວຂອງຈີນ.
ມື້ດຽວກັນ,ທ່ານບານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ໂທລະສັບລົມກັບທ່ານຢາງເຈສື ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ,ທ່ານຕາງໜ້າສະຫະປະຊາຊາດສະແດງຄວາມເຫັນໃຈນຳລັດຖະບານແລະປະຊາຊົນຈີນ.ທ່ານບານກີມູນກ່າວວ່າ,ສະຫະປະຊາຊາດຈະອອກແຮງສຸດຂີດຊ່ວຍຈີນກູ້ໄພແລະສ້າງສາຄືນໃໝ່.
ວັນທີ12ພຶດສະພານີ້,ທ່ານຊາກໂລເກ ປະທານຄະນະກຳມະການໂອລິມປິກສາກົນກໍ່ໄດ້ສົ່ງຈົດໝາຍໄປຍັງທ່ານຫູຈິນທາວ ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ຜູ່ເສຍຊີວິດໃນແຜ່ນດິນໄຫວແຂວງເຊສວນ.ທ່ານໂລເກກ່າວວ່າ,ໂດຍປະເຊີນໜ້າກັບໄພພິບັດ,ຄະນະກຳມະການໂອລິມປິກສາກົນຍິນດີສາມັກຄີກັບປະຊາຊົນຈີນຢ່າງແໜ້ນແຟ້ນ.
|
|
|