|
 |
(GMT+08:00)
2008-05-09 10:34:55
|
 |
ທ່ານເມັດເວເດັຟເຊັນດຳລັດປະທານາທິບໍດີແຕ່ງຕັ້ງທ່ານປູຕີນເປັນນາຍົກລັດຖະມົນຕີ
cri
Author: cai
ຕາມຂ່າວCRI:ວັນທີ 8 ພຶດສະພານີ້,ກົມການຂ່າວປະທານາທິບໍດີຣັດເຊຍຖະແຫຼງວ່າ,ທ່ານດີມິຕຣີ ເມັດເວເດັຟ ປະທານາທິບໍດີຣັດເຊຍໄດ້ເຊັນດຳລັດ,ແຕ່ງຕັ້ງທ່ານວຸລາດີເມຍ ປູຕີນເປັນນາຍົກລັດຖະມົນຕີລັດຖະບານຊຸດໃໝ່.
ວັນທີ 8 ພຶດສະພານີ້,ໃນກອງປະຊຸມຄົບຄະນະວິສາມັນຂອງສະພາດູມາແຫ່ງຊາດຣັດເຊຍ,ສະພາດູມາໄດ້ອະນຸມັດການສະເໜີຊື່ຂອງທ່ານເມັດເວເດັຟທີ່ໃຫ້ທ່ານປູຕີນເປັນນາຍົກລັດຖະມົນຕີລັດຖະບານຊຸດໃໝ່.ນີ້ແມ່ນທ່ານປູຕີນເປັນນາຍົກລັດຖະມົນຕີເທື່ອທີສອງແລ້ວ,ທ່ານຈະຍື່ນລາຍຊື່ສະມາຊິກລັດຖະບານໃຫ້ປະທານາທິບໍດີພາຍໃນ 1 ອາທິດ.
ວັນທີ 8 ພຶດສະພານີ້,ທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານປູຕີນ,ແລະຕີລາຄາສູງຕໍ່ການພົວພັນຄູ່ປະສານງານຍຸດທະສາດຈີນຣັດເຊຍແລະການປະກອບສ່ວນຂອງທ່ານປູຕີນທີ່ມີຕໍ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ.ທ່ານເວີ່ນເຈຍປາວກ່າວວ່າ,ຍິນດີພ້ອມກັນກັບທ່ານປູຕີນ,ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອເປີດກວ້າງແລະລົງເລິກການຮ່ວມມືຢ່າງຕິດແທດຕົວຈິງລະຫວ່າງຈີນຣັດເຊຍໃນຂົງເຂດຕ່າງໆ,ປັບປຸງພື້ນຖານຂອງການພົວພັນລະຫວ່າງສອງປະເທດ,ຍົກສູງລະດັບຂອງການພົວພັນຄູ່ປະສານງານຍຸດທະສາດລະຫວ່າງຈີນຣັດເຊຍຕື່ມອີກ.
|
|
|