ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-02 15:08:56    
ທະນາຄານ​ພັດ​ທະ​ນາ​ອາ​ຊີ​ຄາດ​ວ່າ ​ເສດ​ຖະ​ກິດ​ອາ​ຊີ​ໃນ​ປີ​ນີ້​ຈະ​ເຕີບ​ໂຕ​ຕໍ່​ໄປ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ບົດ​ລາຍ​ງານ​ຂອງ​ທະນາຄານ​ພັດທະນາ​ອາຊີ​ທີ່​​ເຜີຍ​ແຜ່​ໃນ​ວັນ​ທີ 2 ​ເມສາ​ນີ້​ຄາດ​ວ່າ, ປີ​ນີ້, ເສດຖະກິດ​ຂອງປະເທດພວມ​ພັດທະນາ​ແລະ​ເຂດ​ແຄວ້ນ​ຂອງອາຊີ​ຈະ​ເຕີບ​ໂຕ 7,6%.

ບົດ​ລາຍ​ງານທີ່​ມີ​ຫົວ​ຂໍ້​ວ່າ"​​ເບິ່ງການພັດທະນາ​ອາຊີປີ 2008"ທີ່​ທະນາຄານ​ພັດທະນາ​ອາຊີ​​ເຜີຍ​ແຜ່​ຢູ່​ຮົງ​ກົງ​ຈີນ​ໃນ​ວັນ​ທີ 2 ​ເມສາ​ນີ້​ຂຽນ​ວ່າ, ​​ເຖິງ​ວ່າ​ໄດ້​ຮັບ​ຜົນ​ສະທ້ອນ​ທາງ​ລົບ​ຈາກ​ປັດ​ໃຈ​ຕ່າງໆ​ເຊັ່ນ​ເສດຖະກິດ​ຂອງ​ອົງ​ກອນ​ເສດຖະກິດ​ຕົ້ນຕໍ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ເຕີບ​ໂຕ​ຊ້າ​ລົງ, ລາຄາ​ຂອງ​ອາຫານ​ແລະ​ວັດຖຸ​ເຊື້ອ​ໄຟ​ແພງ​ຂຶ້ນ, ​ແລະ​ວິ​ກິດ​ການ​ດ້ານ​ເງິນ​ກູ້​ຂອງອາ​ເມ​ລິ​ກາ​ກໍ່ຕາມ​, ​ແຕ່ປີ​ນີ້, ​ເສດຖະກິດຂອງ​ປະ​ເທດພວມ​ພັດທະນາ ​ແລະ​ເຂດ​ແຄວ້ນອາຊີ​ຍັງ​ຈະ​ເຕີບ​ໂຕ​ຕໍ່​ໄປ.

ພ້ອມ​ກັນນັ້ນ, ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ຍ້ອນ​ຖືກ​ຜົນ​ກະທົບຈາກ​ວິ​ກິດ​ການ​ເງິນ​ກູ້​ອາ​ເມ​ລິ​ກາ​ແລະ​ປັດ​ໃຈ​ອື່ນໆ, ​ເສດຖະກິດ​ຂອງ​ປະ​ເທດທີ່​ພວມ​ພັດທະນາ​​​ແລະ​ເຂດ​ແຄວ້ນຂອງ​ອາຊີ​ຈະ​ເຕີບ​ໂຕ​ອ່າວ​ຊ້າ​ໜ້ອຍ​ໜຶ່ງ, ຕ່ຳ​ກວ່າ​ລະດັບ​ປີ​ກາຍ​ນີ້. ພ້ອມ​ກັນນັ້ນ, ບາງ​ປະ​ເທດ​ພວມ​ພັດທະນາ​ແລະ​ເຂດ​ແຄວ້ນ​ຍັງ​ປະ​ເຊີນຄວາມ​ກົດ​ດັນ​ທີ່​ລາຄາ​ສູງ​ຂຶ້ນ.