ບົດລາຍງານຂອງທະນາຄານໂລກຂຽນວ່າ ປີນີ້ເສດຖະກິດຂອງປະເທດພວມພັດທະນາໃນອາຊີຕາເວັນອອກຍັງຈະຮັກສາຈັງຫວະເຕີບໂຕຢ່າງວ່ອງໄວ
cri
ຕາມຂ່າວCRI,ບົດລາຍງານເສດຖະກິດອາຊີຕາເວັນອອກໃນເຄິ່ງປີສະບັບຫຼ້າສຸດທີ່ທະນາຄານໂລກເຜີຍແຜ່ໃນວັນທີ1ເມສານີ້ສະແດງໃຫ້ເຫັນວ່າ,ຍ້ອນຖືກຜົນກະທົບຈາກພາຍນອກ,ປີນີ້,ອັດຕາເຕີບໂຕຂອງເສດຖະກິດຂອງປະເທດພວມພັດທະນາໃນພາກພື້ນອາຊີຕາເວັນອອກຈະຫຼຸດລົງ1%ຫາ2%ເມື່ອທຽບກັບໄລຍະຂອງປີກາຍ,ແຕ່ວ່າ,ຍ້ອນຄວາມຕ້ອງການທາງພາຍໃນຂອງປະເທດເຫຼົ່ານີ້ໄດ້ປະກອບສ່ວນນັບມື້ນັບຫຼາຍຂຶ້ນໃນໄລຍະເສດຖະກິດເຕີບໂຕ,ພ້ອມທັງຕະຫຼາດການສົ່ງອອກກໍມີຫຼາຍຮູບຫຼາຍແບບ,ສະນັ້ນ,ປີນີ້,ເສດຖະກິດຂອງປະເທດພວມພັດທະນາໃນອາຊີຕາເວັນອອກຍັງຈະຮັກສາຈັງຫວະເຕີບໂຕຢ່າງວ່ອງໄວ.
ບົດລາຍງານຍັງໄດ້ເຕືອນ ປະເທດຕ່າງໆໃນອາຊີຕາເວັນອອກຄວນໃຫ້ຄວາມສຳຄັນຕໍ່ໄພເງິນເຟີ້ທີ່ເກີດຂຶ້ນຍ້ອນລາຄາອາຫານແລະນ້ຳມັນເຊື້ອໄຟໃນຕະຫຼາດສາກົນຖີບສູງຂຶ້ນ,ໂດຍສະເພາະແມ່ນຄວນໃຊ້ມາດຕະການຜ່ອນຄາຍຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງປະຊາກອນຜູ່ທຸກຍາກ.
|
|