ທະນາຄານໂລກຫຼຸດການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດໝົດປີຂອງຈີນ
cri
Author: mo
ຕາມຂ່າວCRI: ວັນທີ 1 ເມສານີ້, "ບົດລາຍງານເສດຖະກິດອາຊີຕາເວັນອອກໃນເຄິ່ງປີ"ສະບັບຫຼ້າສຸດຂອງທະນາຄານໂລກເຜີຍແຜ່ວ່າ, ບົດລາຍງານໄດ້ຫຼຸດການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດຈີນໃນປີນີ້ຈາກ 9,6%ໃນເດືອນກຸມພາລົງຮອດ9,4%.
ທ່ານລູອິສ ນັກເສດຖະສາດຊັ້ນສູງຂອງທະນາຄານໂລກວິເຄາະວ່າ, ໂດຍພິຈາລະນາເຖິງຜົນສະທ້ອນຂອງປັດໃຈພາຍນອກເຊັ່ນວິກິດການດ້ານເງິນກູ້ຂອງອາເມລິກາແຜ່ລາມ, ການຄ້າທົ່ວໂລກເຕີບໂຕຊ້າລົງເປັນຕົ້ນ, ທະນາຄານໂລກໄດ້ຫຼຸດການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດຈີນໃນໝົດປີໃຫ້ຕ່ຳລົງ. ແຕ່ເສດຖະກິດຈີນຈະສືບຕໍ່ຮັກສາການເຕີບໂຕຢ່າງແຂງແຮງ.
|
|