ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 10:10:10    
ນາ​ຍົກ​ຫວຽດ​ນາມ ກັບ ​ໄທ​​ເຈ​ລະ​ຈາ​ກັນ​ ຕົກ​ລົງ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ

cri

ຕາ​ມຂ່າວສານ​ຊິນ​ຮວາ:ວັນ​ທີ24​ມີນາ​ນີ້ ທ່ານຫງວຽນ​​ເຕິ​ນຢຸງ ນາຍົກລັດຖະມົນຕີ​ຫວຽດນາມ ກັບ ທ່ານ​ສະໝັກ​ ສູນທໍລະ​ເວດ ນາຍົກລັດຖະມົນຕີ​ໄທ​ໄດ້​ພົບ​ປະ​ເຈລະ​ຈາ ກັນ​ແລະຕົກລົງ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ດ້ານ​ເສດຖະກິດ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດຕັ້ງ​ເປົ້າ​ໝາຍວ່າຮອດ​ປີ2010 ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າລະຫວ່າງ​ສອງ​ປະ​ເທດ​ບັນລຸ10​ຕື້​ໂດ​ລາ.

ໃນ​ເວລາພົບ​ປະ​ເຈລະຈາ​ກັນ,ທ່ານຫງວຽນ​​ເຕິ​ນຢຸງ ກັບ ທ່ານສະໝັກ​ ສູນທໍລະ​ເວດໄດ້​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສອງ​ປະ​ເທດ​ຈັດການ​ຮ່ວມ​ມື​ໃນ​ດ້ານຕ່າງໆ ​ເຊັ່ນ,ການ​ເມືອງ,ຄວາມ​ປອດ​ໄພ,ການ​ຄ້າ ​ແລະ ການ​ລົງທຶນ​ເປັນ​ຕົ້ນ.

ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ວ່າ ຈະ​ເພິ່ມທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ,ສາທາ​ລະນະ​ສຸກ,​ເຂົ້າສານ ​ແລະ ການ​ຜະລິດຢາງພາລາ​ເປັນ​ຕົ້ນ. ສອງ​ຝ່າຍຍັງ​ໄດ້​ແລກປ່ຽນ​ຄວາມຄິດ​ຄວາມ​ເຫັນ​ຕໍ່​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ສອງ​ປະ​ເທດສົນ​ໃຈ​ຮ່ວມ​ກັນ.

ຫຼັງ​ຈາກ​ການ​ເຈລະຈາ,ສອງ​ປະ​ເທດ​ໄດ້​ເຊັນອະນຸ​ສັນຍາກ່ຽວ​ກັບຕ້ານ​ການ​ຄ້າ​ມະນຸດ.