|
|
 |
| (GMT+08:00)
2008-03-13 17:23:58
|
|
ຊາວໜຸ່ມຜູ້ດີເດັ່ນຂອງຈີນ 34 ຄົນຖືກເລືອກເຂົ້າໃນບັນຊີລາຍຊື່"ຜູ້ນຳຊາວໜຸ່ມທົ່ວໂລກ"ປີ 2008
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 12 ມີນານີ້, ເວທີປາໄສເສດຖະກິດໂລກທີ່ສຳນັກງານໃຫຍ່ຕັ້ງຢູ່ເຊີແນວໄດ້ເຜີຍແຜ່ບັນຊີລາຍຊື່"ຜູ້ນຳຊາວໜຸ່ມໃນທົ່ວໂລກ"ປະຈຳປີ 2008, ຊາວໜຸ່ມຜູ້ດີເດັ່ນໃນວົງການຕ່າງໆເຊັ່ນວົງການການຄ້າ ການເມືອງ ສິລະປະ ແລະກິລາທີ່ມາຈາກແຫ່ງຕ່າງໆຂອງໂລກ 245 ຄົນໄດ້ຮັບນາມມະຍົດດັ່ງກ່າວ, ໃນນັ້ນລວມທັງຊາວໜຸ່ມຜູ້ດີເດັ່ນຈີນ 34 ຄົນ. ເວທີປາໄສອອກປະກາດແຈ້ງການວ່າ, ເວທີປາໄສມອບນາມມະຍົດດັ່ງກ່າວແມ່ນເພື່ອຍ້ອງຍໍຊາວໜຸ່ມຜູ້ດີເດັ່ນ 245 ຄົນນີ້ທີ່ສ້າງຜົນງານພົ້ນເດັ່ນໃນຂະແໜງການຕ່າງໆ ໄດ້ປະກອບສ່ວນເຂົ້າໃນວຽກງານສາທາລະນະປະໂຫຍດ ແລະມີກຳລັງບົ່ມຊ້ອນທີ່ມີອິດທິພົນຕໍ່ອະນາຄົດ. ຊາວໜຸ່ມຜູ້ດີເດັ່ນຈີນ 34 ຄົນນີ້ມີ 31 ຄົນມາຈາກແຜ່ນດິນໃຫຍ່ຈີນ, 3 ຄົນຈາກຮົງກົງ, ສ່ວນຫຼາຍແມ່ນບຸກຄົນທຸລະກິດ.
|
|
|