|
 |
(GMT+08:00)
2008-03-06 10:28:54
|
 |
ທ່ານອາບັສເຫັນດີຟື້ນຟູການເຈລະຈາສັນຕິພາບ
cri
ຕາມຂ່າວ cri:ວັນທີ 5 ມີນານີ້ ນາງຄອນໂດລີຊາໄລສ໊ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາທີ່ພວມຢ້ຽມຢາມອິສລາແອນກ່າວວ່າ, ທ່ານມາມຸດ ອາບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນເຫັນດີເຈລະຈາສັນຕິພາບກັບອິສລາແອນຄືນໃຫມ່.ແຕ່ມື້ດຽວກັນ,ທ່ານເອຮຸດ ໂອເມີດ ນາຍົກລັດຖະມົນຕີອິສລາແອນກ່າວວ່າ,ຖ້າວ່າກອງປະກອບອາວຸດປາເລັສຕິນບໍ່ເຊົາຍິງຈະຫລວດໃສ່ອິສລາແອນ, ທະຫານອິສລາແອນກໍ່ຈະສືບຕໍ່ໂຈມຕີເຂດກາຊາທາງການທະຫານຕໍ່ໄປ.
ໃນກອງປະຊຸມຂ່າວຮ່ວມທີ່ຈັດຂຶ້ນກັບນາງຊີພີ ລິຟນີ ລັດຖະມົນຕີວ່າການກະຊວງການຕ່າງປະເທດອິສລາແອນຢູ່ເຢລູຊາເລັມໃນມື້ດຽວກັນ,ນາງໄລສ໊ກ່າວວ່າ, ຜູ່ນຳອິສລາແອນແລະປາເລັສຕິນລ້ວນແຕ່ເຫັນດີຟື້ນຟູການເຈລະຈາສັນຕິພາບ, ປັດຈຸບັນ, ສອງຝ່າຍພວມຕິດຕໍ່ກັນກ່ຽວກັບຈະເຈລະຈາກັນແນວໃດ.ນາງໄລສ໊ຍັງກ່າວວ່າ, ທ່ານອາບັສຫວັງໃຫ້ກຸ່ມປະກອບອາວຸດປາເລັສຕິນຂອງເຂດກາຊາສິ້ນສຸດການປະທະກັນກັບທະຫານອິສລາແອນໂດຍໄວ.
ທ່ານອາບູ ຣູເດນາ ໂຄສົກຂອງທ່ານອາບັສໄດ້ນຳເອົາຄຳເວົ້າຂອງທ່ານອາບັສມາແຈ້ງວ່າ, ການເຈລະຈາສັນຕິພາບແມ່ນການເລືອກທາງຍຸດທະສາດຂອງເຈົ້າຫນ້າທີ່ປາເລັສຕິນ, ປາເລັສຕິນມີເຈດຕະນາທີ່ຈະເຈລະຈາສັນຕິພາບກັບອິສລາແອນຄືນໃຫມ່.
ນອກນີ້ ຂ່າວແຈ້ງອີກວ່າ, ວັນທີ 5 ມີນານີ້ ຫນ່ວຍງານຄວາມຫມັ້ນຄົງຂອງອິສລາແອນຕົກລົງວ່າ, ກອງທັບປ້ອງກັນປະເທດອິສລາແອນຄວນສືບຕໍ່ໂຈມຕີຜູ່ປະກອບອາວຸດປາເລັສຕິນຢູ່ເຂດກາຊາ, ຈົນກວ່າຈະສາມາດສະກັດກັ້ນບໍ່ໃຫ້ຖືກໂຈມຕີດ້ວຍຈະຫລວດ.
|
|
|