ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-30 17:51:29    
ຜູ່​ນຳ​ບາງ​ປະ​ເທດ​ເອີ​ລົບ​ເຫັນ​ວ່າ​ເສດ​ຖະ​ກິດ​ເອີ​ລົບ​ຍັງ​ແຂງ​ແຮງ​ໂດຍ​ພື້ນ​ຖານ

cri
ຕາມ​ຂ່າວCRI,ວັນ​ທີ29​ມັງກອນ​ນີ້, ທ່ານ​​ກໍ​ດອນ ບຼາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນິ​ໂກ​ລາສ ຊາ​ໂຄ​ຊີ ປະທານາທິບໍດີ​ຝະ​ຣັ່ງ ນາງ​​ເອນ​ຈີ​ລາ ​ເມີ​ເກນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ ທ່ານ​ໂລມາ​ໂນ​ໂປຼດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕ​າລີ ທ່ານ​ໂຈ​ສ; ມາ​ເນນ ບາ​ໂລ​ໂຊ ປະ​ທານ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ໄດ້​ຈັດກອງ​ປະ​ຊຸມ​ສຸດ​ຍອດ​ຂະ​ໜາດ​ນ້ອຍ​ຢູ່​ລອນ​ດອນ,​ເພື່ອ​ປຶກ​ສາ​ຫາລື​ບັນຫາ​ກ່ຽວ​ກັບ​ສະ​ພາບ​ປັ່ນ​ປ່ວນ​ຂອງ​ການ​ເງິນ​ທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ​ແລະ​ບັນ​ຫາ​ເສດຖະກິດ​ໂລກ.​ຖະ​ແຫຼງ​ການ​ຮ່ວມ​ທີ່​ປະ​ກາດ​ຫຼັງ​ກອງ​ປະຊຸມ​ກ່າວ​ວ່າ,​ເສດ​ຖະ​ກິດ​ເອີ​ລົບ​ຍັງ​ແຂງ​ແຮງ​ໂດຍ​ພື້ນ​ຖານ,​ການ​ປະ​ກອບ​ອາຊີ​ບ​ໄດ້​ເພີ່ມ​ຂຶ້ນ​ຕໍ່​ໄປ.ຜູ່​ຮ່ວມ​ປະ​ຊຸມ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ,ມີ​ຄວາມ​ຈຳ​ເປັນ​ປະຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃນ​ປັດ​ຈຸ​ບັນ,​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ທີ່​ເສດ​ຖະ​ກິດ​ໂລກ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ.​ກອງ​ປະ​ຊຸມ​ຮຽກ​ຮ້ອງ​ໃຫ້​ໃຊ້​ມາດ​ຕະ​ການ​ເພີ່ມ​ຄວາມ​ໂປ່ງ​ໃສ​ຂອງ​ອົງ​ການ​ການ​ທະ​ນາ​ຄານ​ແລະ​ສ້າງ​ກົນ​ໄກ​ເຕືອນ​ໄພ​ເສດ​ຖະ​ກິດ​ທົ່ວ​ໂລກ​ທີ່​ດີກ​ວ່າ​ເກົ່າ,ມາດ​ຕະການ​ເຫຼົ່າ​ນີ້​ລວມ​ທັງ ​ເຮັດ​ໃຫ້​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ການ​ຂາດ​ທຶນ​ໃນ​ການ​ທຸລະ​ກິດ​ຂອງ​ທະ​ນາ​ຄານ​ແລະ​ອົງ​ການ​ການ​ເງິນ​ໄດ້​ຮັບ​ການ​ເປີດ​ເຜີຍ​ຢ່າງ​ທັນ​ການ​ແລະ​ຮອບ​ດ້ານ,​ເພື່ອ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ທະ​ນາ​ຄານ​ຕື່ມ​ອີກ​ແລະ​ອື່ນໆ.