|
 |
(GMT+08:00)
2008-01-28 10:40:27
|
 |
ຜູ່ນຳອິສຣາແອນກັບປາເລັສຕີນເຈລະຈາກັນຢູ່ເຢລູຊະເລັມ
cri
Author: d
ຕາມຂ່າວCRI: ວັນທີ27ມັງກອນນີ້ ທ່ານເອຮຸດ ໂອເມິດ ນາຍົກລັດຖະມົນຕີອິສຣາແອນກັບທ່ານມາຮາມຸດ ອາບັສ ປະທານອົງການອຳນາດແຫ່ງຊາດປາເລັສຕີນໄດ້ເຈລະຈາກັນຢູ່ເຢລູຊະເລັມ,ເພື່ອຫາລືສະພາບການຂອງເຂດຊາຍແດນລະຫວ່າງເຂດກາຊາກັບເອຢິບ.
ມື້ດຽວກັນ,ລັດຖະບານອິສຣາແອນປະກາດວ່າຈະຟື້ນຟູການສະໜອງເຄື່ອງຊ່ວຍເຫຼືອເພື່ອມະນຸດສະທຳແລະວັດຖຸເຊື້ອໄຟໃຫ້ເຂດກາຊາ,ແລະພິຈາລະນາຜ່ອນຄາຍການປິດລ້ອມແຖບກາຊາ.ແຕ່ພ້ອມກັນນັ້ນ ລັດຖະບານອິສຣາແອນກ່າວເຕືອນວ່າ,ຖ້າກຸ່ມປະກອບອາວຸດຂອງປາເລັສຕີນຢູ່ເຂດກາຊາສືບຕໍ່ຫຼອນໂຈມຕີດ້ວຍຈະຫຼວດ,ອິສຣາແອນຈະພິຈາະລາຄືນໃໝ່ກ່ຽວກັບການຈຳກັດການສະໜອງວັດຖຸເຊື້ອໄຟ.
ວັນທີ18ມັງກອນນີ້ ອິສຣາແອນເລີ່ມປິດລ້ອມເຂດກາຊາຢ່າງຮອບດ້ານ,ເພື່ອບັງຄັບໃຫ້ກຸ່ມປະກອບອາວຸດຂອງປາເລັສຕີນຢຸດຍິງຈະຫຼວດໃສ່ພາກໃຕ້ອິສຣາແອນ.ຍ້ອນຂາດເຂີນເຄື່ອງໃຊ້ປະຈຳວັນ,ວັນທີ23ມັງກອນນີ້ ກຸ່ມປະກອບອາວຸດຂອງປາເລັສຕີນຢູ່ເຂດກາຊາໄດ້ລະເບີດກຳແພງທີ່ດ່ານຣາຟາລະຫວ່າງເຂດກາຊາກັບເອຢິບ,ຊາວປາເລັສຕີນຫຼາຍໝື່ນຄົນໄດ້ເຂົ້າໄປເອຢິບເພື່ອຍາດຊື້ອາຫານ ວັດຖຸເຊື້ອໄຟ ແລະເຄື່ອງໃຊ້ປະຈຳວັນອື່ນໆ,ເຮັດໃຫ້ເຂດຊາຍແດນລະຫວ່າງເຂດກາຊາກັບເອຢິບຕົກຢູ່ໃນສະພາບການສັບສົນວຸ້ນວາຍ.
|
|
|