ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-23 19:04:43    
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ​2008​ໄຂ​ຂຶ້ນ

cri
ຕາມ​ຂ່າວCRI,ຕອນ​ເຊົ້າ​ວັນ​ທີ23​ມັງກອນ​ນີ້,ກອງ​ປະຊຸມ​ເວທີ​ປຶກສາ​ຫາ​ລື​ເສດຖະກິດ​ໂລກ​ປີ2008​ໄດ້​ຈັດ​ຂຶ້ນ​ຢູ່​ດາ​ໂວ​ສ ສະຖານ​ທີ່​ແລ່ນ​ສະ​ກີທີ່​ມີ​ຊື່​ສຽງຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ສວິສ​.

ໃນ​ໄລຍະ​ປະຊຸມ​ທີ່​ເປັນ​ເວລາ5​ວັນຈະ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ທີ່​ມີ​ຫົວ​ຂໍ້​ຕ່າງໆ​ແລະ​ກອງ​ປະຊຸມ​ຄົບ​ຄະນະປະມານ230​ກວ່າ​ເທື່ອ,​ເພື່ອ​ປຶກສາ​ຫາລື​ສະພາບ​ເສດຖະກິດ​ໂລກ,​ສະ​ຖາ​ນະ​ການ​ຕາ​ເວັນ​ອອກ​ກາງ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ການ​ຂາດ​ເຂີນ​ຊັບ​ພະ​ຍາ​ກອນ​ນ້ຳ ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ ວິ​ກິດ​ການ​ດ້ານ​ພະລັງງານ​ແລະ​ບັນຫາ​ອື່ນໆ.​ໃນ​ນັ້ນ,​ບັນ​ຫາ​ຈຸດ​ສຸມ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ຕະຫຼາດ​ຫຸ້ນ​ທົ່ວ​ໂລກ​ປັ່ນ​ປ່ວນ​ຢ່າງ​ໃຫຍ່​ຍ້ອນ​ວິ​ກິດ​ການ​ເງິນ​ກູ້​ສິນ​ເຊື່ອຂອງ​ອາ​ເມ​ລິ​ກາ​ໃນ​ໄລຍະ​ມໍ່ໆ​ນີ້.

ບຸກຄົນ​ທີ່​ມີ​ຊື່​ສຽງ​ຂອງ​ວົງ​ການ​ການ​ເມືອງ​,ວົງ​ການ​ການ​ຄ້າ,ວົງ​ການ​ວິ​ສາ​ຫະ​ກິດ​ແລະ​ວົງ​ການ​ວັດທະນະທຳ​2000ກວ່າ​ຄົນ​ຂອງ88​ປະ​ເທດ​ໃນ​ໂລກ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.ຈີນ​ໄດ້​ສົ່ງ​ຄະ​ນະ​ຜູ່​ແທນ​ຊັ້ນ​ສູງ​ທີ່​ນຳ​ໂດຍ​ທ່ານ​ເຈິ່ງ​ໄຜ​ຢຽນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນັ້ນ​ໄປ​ເຂົ້າ​ຮ່ວມ.