|
 |
(GMT+08:00)
2008-01-22 18:18:38
|
 |
ປະຊາຄົມໂລກຊຸກຍູ້ໃຫ້ອິສຣາແອນຍົກເລີກການປິດລ້ອມເຂດກາຊາ
cri
ຕາມຂ່າວCRI,ວັນທີ21ມັງກອນນີ້,ປະຊາຄົມໂລກໄດ້ຊຸກຍູ້ໃຫ້ອິສຣາແອນຍົກເລີກການປິດລ້ອມເຂດກາຊາ,ເພື່ອຫຼີກລ້ຽງບໍ່ໃຫ້ເກີດຄວາມອັນຕະລາຍດ້ານມະນຸດສະທຳ.
ຕອນບ່າຍວັນທີ21ມັງກອນນີ້,ທ່ານບັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ໂທລະສັບໄປຫາທ່ານເອຮຸດ ໂອເມີດ ນາຍົກລັດຖະມົນຕີອິສຣາແອນ,ສະແດງຄວາມເປັນຫ່ວງນຳສະຖານະການໃນເຂດກາຊາ.
ມື້ດຽວກັນ,ສັນນິບາດອາລັບໄດ້ໄຂກອງປະຊຸມດ່ວນຂອງຜູ່ຕາງໜ້າຖາວອນປະຈຳສັນນິບາດອາຣັບ,ຊຸກຍູ້ໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດໃຊ້ມາດຕະການສຸກເສີນເພື່ອສະກັດກັ້ນການເຄື່ອນໄຫວຂອງເຈົ້າໜ້າທີ່ອິສຣາແອນທີ່ເປັນຜູ່ຍຶດຄອງ.ທ່ານອາມຣ໌ ມູຊາ ເລຂາທິການໃຫຍ່ສັນນິບາດອາຣັບຕິຕຽນອິສຣາແອນປິດລ້ອມແລະຮຸກຮານເຂດກາຊານັ້ນແມ່ນອາດຊະຍາກຳໂດຍຊີ້ອອກວ່າການກະທຳນີ້ບໍ່ມີຜົນດີຕໍ່ຂະບວນການສັນຕິພາບຕາເວັນອອກກາງ.
ນາງເບນິຕາ ເຟີເລໂລ ວອດເນີ ກຳມະການຄະນະກຳມະການການພົວພັນກັບຕ່າງປະເທດຂອງສະຫະພາບເອີລົບອອກຖະແຫຼງການກ່າວເນັ້ນວ່າການຕັດສິນໃຈຂອງອິສຣາແອນທີ່ປິດລ້ອມເຂດກາຊາຈະເຮັດໃຫ້ວິກິດການດ້ານມະນຸດສະທຳຂອງເຂດດັ່ງກ່າວໜັກໜ່ວງຂຶ້ນຕື່ມ.
|
|
|