|
 |
(GMT+08:00)
2008-01-22 18:14:00
|
 |
ປະເທດອາຣັບຮຽກຮ້ອງໃຫ້ຢຸດຕິການປິດລ້ອມເຂດກາຊາຂອງອິສຣາແອນ
cri
ຕາມຂ່າວສານຊິນຮວາ,ວັນທີ21ມັງກອນນີ້,ຕຸຍນີຊີ ລີບີ ຄູເວດ ຊັອກດານີ ເຢແມນແລະປະເທດອາຣັບອື່ນໆໄດ້ພາກັນສະແດງຄວາມວິຕົກກັງວົນຕໍ່ສະຖານະການຂອງປາເລັສຕິນ,ແລະຮຽກຮ້ອງໃຫ້ຢຸດຕິການປິດລ້ອມເຂດກາຊາຂອງອິສຣາແອນ.
ກະຊວງການຕ່າງປະເທດຕຸຍນີຊີໄດ້ອອກຖະແຫຼງການ,ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງໃຊ້ການແຊກແຊງຢ່າງບັງເກີດຜົນໃນທັນທີ,ເຮັດໃຫ້ຄວາມລຳບາກທີ່ປະຊາຊົນປາເລັສຕິນໄດ້ຮັບນັ້ນສິ້ນສຸດລົງ,ແລະໃຫ້ການປົກປ້ອງອັນຈຳເປັນແກ່ເຂົາເຈົ້າ.
ກະຊວງການຕ່າງປະເທດລີບີໄດ້ແຈ້ງໃຫ້ສັນນິບາດອາຣັບຊາບໂດຍດ່ວນ,ກ່າວເນັ້ນວ່າຕ້ອງປະຕິບັດມະຕິຂອງສັນນິບາດອາຣັບກ່ຽວກັບການຢຸດຕິການປິດລ້ອມປະຊາຊົນປາເລັສຕິນໃນທັນທີ,ເປີດທາງຜ່ານ,ເຮັດໃຫ້ອາຫານ,ຢຸກຢາແລະວັດຖຸເຊື້ອໄຟສາມາດເຂົ້າສູ່ກາຊາໄດ້.
ທ່ານນາເດີ ອັນ ດາຮາບີ ນາຍົກລັດຖະມົນຕີຊອກດານີກ່າວວ່າ,ຊອກດານີຈະທຳຄວາມພະຍາຍາມຈົນສຸດຂີດເພື່ອຊຸກຍູ້ໃຫ້ອິສຣາແອນຍົກເລີກການປິດລ້ອມເຂດກາຊາ.
|
|
|