
ວັນທີ9ມັງກອນນີ້,ທ່ານບຸສ(ກາງ)ເດີນທາງໄປຮອດອິສຣາແອນ
ຕາມຂ່າວCRI,ວັນທີ9ມັງກອນນີ້,ທ່ານຈອດຈ໌ ບຸສ ປະທານາທິບໍດີອາເມລິກາທີ່ໄປຢ້ຽມຢາມອິສຣາແອນໄດ້ພົບປະເຈລະຈາກັບທ່ານເອຮຸນ ໂອເມີດ ນາຍົກລັດຖະມົນຕີອິສຣາແອນ.

ວັນທີ9ມັງກອນນີ້,ທ່ານບຸສ(ກາງ)ເດີນທາງໄປຮອດອິສຣາແອນ
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງການເຈລະຈາ,ທ່ານບຸສກ່າວວ່າ,ອາເມລິກາຍິນດີໃຫ້ການສະໜັບສະໜູນແກ່ອິສຣາແອນແລະປາເລັສຕິນເພື່ອບັນລຸການເຊັນສັນຍາສັນຕິພາບ.ແຕ່ສັນຕິພາບກໍໝາຍຄວາມວ່າສອງຝ່າຍຕ້ອງຜ່ອນສັນຜ່ອນຍາວແກ່ກັນ.ທ່ານກ່າວເນັ້ນວ່າ,ການຕັ້ງຖິ່ນຖານທີ່ຜິດກົດໝາຍທັງໝົດຢູ່ ຝັ່ງຕາເວັນຕົກແມ່ນ້ຳຈໍແດນລ້ວນແຕ່ຄວນຖືກຍົກເລີກ.

ວັນທີ9ມັງກອນນີ້,ທ່ານບຸສເດີນທາງໄປຮອດອິສຣາແອນ,ທ່ານຈັບມືກັບທ່ານໂອເມີດ ຢູ່ທີ່ສະໜາມບິນ
ທ່ານໂອ ເມີດກ່າວວ່າ,ອິສຣາແອນມີທ່າທີຈິງຈັງໃນບັນຫາປະຕິບັດແຜນການເສັ້ນທາງສັນຕິພາບຕາເວັນອອກກາງ,ແລະສອງຝ່າຍອິສຣາແອນກັບປາເລັສຕິນລ້ວນແຕ່ຕັ້ງໜ້າທຳຄວາມພະຍາຍາມເພື່ອໃຫ້ຄວາມຝັນທີ່ສອງປະເທດຢູ່ຮ່ວມກັນໂດຍສັນຕິນັ້ນບັນລຸຜົນເປັນຈິງ.ພ້ອມກັນນັ້ນ,ທ່ານຍັງກ່າວເນັ້ນວ່າ,ຖ້າວ່າກຸ່ມປະກອບອາວຸດປາເລັສຕິນບໍ່ຢຸດເຊົາການຫຼອນໂຈມຕີແບບກໍ່ການຮ້າຍຕໍ່ອິສຣາແອນຢ່າງຮອບດ້ານ,ສັນຕິພາບລະຫວ່າງອິສຣາແອນກັບປາເລັສຕິນແມ່ນບໍ່ຕ້ອງເວົ້າເຖິງເລີຍ.

ກ່ຽວກັບບັນຫາອີຣານ,ທ່ານບຸສກ່າວວ່າ,ຖ້າວ່າປະຊາຄົມໂລກບໍ່ໃຊ້ການກະທຳທີ່ເປັນເອກະພາບກັນໃນດ້ານປ້ອງກັນບໍ່ໃຫ້ອີຣານໄດ້ຮັບອາວຸດນີວເຄຼຍ,ອີຣານຈະກາຍເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງໂລກ.ທ່ານໂອນເມີດກ່າວວ່າ,ຫຼັກໝັ້ນຂອງອາເມລິກາໃນບັນຫາອີຣານໄດ້ໃຫ້ກຳລັງໃຈຕໍ່ອິສຣາແອນ.
1 2
|