|
 |
(GMT+08:00)
2007-12-09 17:59:52
|
 |
ປະເທດພວມພັດທະນາຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
cri
ຕາມຂ່າວCRI, ໃນກອງປະຊຸມການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດທີ່ຈັດຂຶ້ນຢູ່ເກາະບາຫຼີແຫ່ງອິນໂດເນເຊຍໃນ ວັນທີ8ທັນວານີ້,ຜູ່ສັນທັດກໍລະນີໄດ້ເຜີຍໃຫ້ຮູ້ວ່າ,ປະເທດພວມພັດທະນາສ່ວນຫຼາຍຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືແລະການໂອນເຕັກນິກລະຫວ່າງຊາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ປະເທດພວມພັດທະນາເຊິ່ງລວມທັງປະເທດສະມາຊິກກຸ່ມ77ປະເທດສະເໜີໃຫ້ສ້າງຕັ້ງກອງທຶນການຮ່ວມມືຫຼາຍຝ່າຍເພື່ອໃຫ້ປະເທດພວມພັດທະນາໄດ້ຮັບການຊ່ວຍເຫຼືອໃນດ້ານການໂອນເຕັກນິກອະນຸລັກສິ່ງແວດລ້ອມເປັນຕົ້ນ.
ໃນກອງປະຊຸມ,ມີປະເທດສະເໜີວ່າຫວັງໃຫ້ປະເທດພວມພັດທະນາປະກອບສ່ວນດ້ວຍຄວາມສະໝັກໃຈໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ,ແຕ່ປະເທດພວມພັດທະນາສ່ວນຫຼາຍເຫັນວ່າ,ການປະກອບສ່ວນດ້ວຍຄວາມສະໝັກໃຈໄດ້ກວມຢູ່ໃນມາດຕາທີ່ກ່ຽວຂ້ອງຂອງສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດແລະອະນຸສັນຍາກຽວໂຕແລ້ວ,ສະນັ້ນ,ບໍ່ຈຳເປັນໃຊ້ບາດກ້າວເພີ່ມເຕີມ.
ມື້ດຽວກັນ,ຢູ່ເກາະບາຫຼີແຫ່ງອິນໂດເນເຊຍ,ເວທີປຶກສາຫາລື"ເຄືອຂ່າຍນະໂຍບາຍພະລັງງາຍທີ່ເກີດໃໝ່ໄດ້ສະຕະວັດທີ21"ໄດ້ເປີດເຜີຍບົດລາຍງານວ່າ,ພະລັງງານທີ່ເກີດໃໝ່ໄດ້ພວມຈາກພະລັງງານເຂົ້າແທນຫັນປ່ຽນເປັນພະລັງງານຕົ້ນຕໍຢ່າງວ່ອງໄວ,ຕາມຄາດຄະເນວ່າ,ປີ2007,ການລົງທຶນໃນດ້ານນີ້ຂອງທົ່ວໂລກຈະຫຼາຍກວ່າ100ຕື້ໂດລາ,ປະເທດພວມພັດທະນາເຊັ່ນຈີນເປັນຕົ້ນມີການພັດທະນາຢ່າງວ່ອງໄວໃນການນຳໃຊ້ພະລັງງານທີ່ເກີດໃໝ່ໄດ້.
|
|
|