ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-05 19:25:13    
ຫຼັກໝັ້ນຂອງຈີນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທັດ​ສະ​ນະ​ກວ້າງ​ຂວາງ​ຂອງ​ປະຊາ​ຄົມ​ໂລກ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 5 ທັນວາ​ນີ້, ທ່ານ​ເດີ​ໂບ​​ເອີ ​ເລຂາ​ບໍລິຫານ​ງານຂອງ​ກອງ​ເລຂາ"ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ"ກ່າວ​ວ່າ, ຫຼັກໝັ້ນຂອງລັດຖະບານ​ຈີນກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທັດສະນະ​ກວ້າງຂວາງ​ຂອງ​ປະຊາ​ຄົມ​ໂລກ.

ມື້​ດຽວ​ກັນ, ​ທ່ານ​ເດີ​ໂບ​ເອີ ທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ​ຢູ່​ເກາະ​ບາຫຼີ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ໃນ​ບັນຫາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ລັດຖະບານ​ຈີນ​ສະ​ເໜີ​​ໃຫ້​ຍຶດໝັ້ນຖານະຊີ້ນຳ​ຂອງ"ສົນທິສັນຍາຂອບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ", ຍຶດໝັ້ນຮ່ວມມື​ກັນ​ໃນ​ການ​ຮັບ​ມື, ຍຶດໝັ້ນປະດິດ​ສ້າງວິທະຍາສາດ​ເຕັກນິກ, ຍຶດໝັ້ນພັດທະນາ​ແບບ​ຍືນ​ຍົງ, ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທັດສະນະ​ກວ້າງຂວາງ​ຂອງ​ປະຊາ​ຄົມ​ໂລກ.

ທ່ານ​ເວົ້າວ່າ, ຕ້ອງ​ສ້າງ​ກົນ​​ໄກ​ຮ່ວມ​ມື​ສາກົນ​ທີ່​ບັງ​ເກີດ​ຜົນ, ​ເຮັດ​ໃຫ້​ປະ​ເທດ​ພວມ​ພັດທະນາ​ສາມາດ​ຊື້​​ເຕັກນິກ​ພະລັງງານ​ສະອາດ, ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ, ນີ້​ແມ່ນ​ຄວາມ​ປາຖະໜາອັນ​ກວ້າງຂວາງ​ຂອງ​ປະ​ເທດ​ພວມ​ພັດທະນາ.

ທ່ານ​ໂບ​ເອີຍັງ​ກ່າວ​ວ່າ, ຍຸດ​ທະ​ສາດ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ​ຂອງປັກ​ກິ່ງ​ຈະ​ສ້າງ​ແບບຢ່າງ​ໃຫ້ຫຼາຍປະ​ເທດ.

ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ດັ່ງກ່າວ, ກຸ່ມ 77 ປະ​ເທດ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວຫຼຸດ​ການ​ລະບາຍ​ອາຍ​ເຮືອນ​ແກ້ວ​​"ໃນ​ທັນທີ ຕື່ມ​ອີກ ​ແລະ​ບັງ​ເກີດ​ຜົນ", ​ແລະ​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ທີ່​​ສະໜອງ​ເງິນ​ທຶນ​ແລະ​ເຕັກນິກ​ທີ່​ຕ້ອງການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ແກ່​ປະ​ເທດ​ພວມ​ພັດທະນາ.