ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-04 13:04:48    
ທ່ານ​ບານ​ກີ​ມູນ​ຊົມ​ເຊີຍ​ຈີນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ

cri

ຕາມ​ຂ່າວ​CRI:ວັນ​ທີ 3 ທັນວາ​ນີ້,ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້ຂຽນບົດ​ຄວາມ​ລົງ​ໃນ​ຫນັງສືພິມ​ວໍ​ຊິງ​ຕັນ​ພົດ,ຊົມ​ເຊີ​ຍຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ


ບົດ​ຄວາມ​ຂຽນ​ວ່າ,ປີ​ນີ້ ຈີນ​ຈະ​ໃຊ້​ງົບປະມານ 10 ຕື້​ຢວນ,ຄົ້ນຄວ້າພັດທະນາ​​ພະລັງງານ​ທີ່​ເກີດ​ໃຫມ່​ໄດ້, ເງິນກ້ອນ​ນີ້​ພຽງ​ແຕ່​ຫນ້ອຍ​ກວ່າ​ເຢຍລະ​ມັນ​ເທົ່າ​ນັ້ນ,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ກ້າວຫນ້າ ກວ່າ​ຫມູ່​ທີ່ນຳ​ໃຊ້​ເຕັກນິກ​ພະລັງ​​ແສງຕາ​​ເວັນ​ແລະ​ພະລັງ​ລົມ​ໃນ​ໂລກ.

ບົດ​ຄວາມ​ຍັງ​ຂຽນ​ວ່າ,​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ຫວ່າງ​ມໍ່ໆ​ນີ້,ທ່ານ​ເວີ່ນ​​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​​ໃຫ້​ຄຳ​ຫມັ້ນ​ສັນຍາວ່າ,​ພາຍ​ໃນ 5 ປີ,ຈີນຈະ​ຫຼຸດການ​ສິ້ນ​ເປືອງ​ຂອງ​ພະລັງ​ລງານຕໍ່​ຫົວ ຫນ່ວຍGDP​ໃຫ້​ຫນ້ອຍ​ລົງ 20%,ນີ້​​ເທົ່າ​ກັບ​ເປົ້າ​ຫມາຍທີ່ເອີ​ລົບ​ໃຫ້​ຄຳ​ຫມັ້ນ​ສັນຍາວ່າ​ຈະເຮັດໃຫ້ການ​ລະບາຍ​ອາຍພິດ​ເຮືອນ​​ແກ້ວຫນ້ອຍ​ລົງ 20% ກ່ອນ​ປີ 2020.

ກອງ ປະຊຸມ ກ່ຽວກັບ ການ ປ່ຽນແປງ ຂອງດິນຟ້າ ອາກາດ ຂອງ ສະ ຫະປະ ຊາຊາດ ໄດ້ພວມ​ດຳ​ເນີນ​ຢູ່ເກາະບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ,​ໃນ​ບົດ​ຄວາມດັ່ງກ່າວ,ທ່ານ​ບານ​ກີ​ມູນ​ຍັງ​ຫວັງ​ຢາກ​ໃຫ້​ກອງ​ປະຊຸມ​ຈະ​ໄດ້​ຮັບຜົນ​ກ້າວ​ກະ​ໂດດ,ກະກຽມສ້າງ​ສັນຍາ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດຢ່າງ​ຮອບດ້ານ​ທີ່​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ເຫັນດີ​ນຳ​ກັນ​ຢ່າງ​ສຳ​ເລັດ​ຜົນ.