|
 |
(GMT+08:00)
2007-11-28 18:15:50
|
ສະຫະປະຊາຊາດຮຽກຮ້ອງໃຫ້ພ້ອມກັນຮັບມືກັບໂລກຮ້ອນຂຶ້ນ
cri
ຕາມຂ່າວCRI,ວັນທີ27ພະຈິກນີ້,ຢູ່ເຊີແນວ,ອົງການສະຫະປະຊາຊາດເພື່ອການພັດທະນາ ຫຼືUNDPໄດ້ເປີດເຜີຍບົດລາຍງານການພັດທະນາຂອງມະນຸດ2007.
ບົດລາຍງານພາດຫົວເລື່ອງວ່າ:ການປ່ຽນແປງຂອງດິນຟ້າອາກາດ: ຄວາມສາມັກຄີຂອງມະນຸດໃນໂລກທີ່ແຕກຕ່າງກັນ.ບົດລາຍງານຂຽນວ່າ,ບັນຫາໂລກຮ້ອນໄດ້ກາຍເປັນໜຶ່ງໃນສິ່ງທ້າທາຍທີ່ຂ້ຽວຂາດທີ່ສຸດຂອງການພັດທະນາໃນອະນາຄົດຂອງມະນຸດ,ຜົນສະທ້ອນຂອງມັນໄດ້ປະກົດຂຶ້ນຢ່າງບໍ່ຢຸດຢັ້ງ,ໄພທຳມະຊາດຕ່າງໆເຊັ່ນໄພແຫຼ້ງແລ້ງ,ນ້ຳຖ້ວມແລະຝົນຕົກແຮງເປັນຕົ້ນເກີດຂຶ້ນຢ່າງເນື່ອງນິດໄດ້ຢັ້ງຢືນບັນຫາດັ່ງກ່າວແລ້ວ.
ບົດລາຍງານຂຽນວ່າ,ໂລກຮ້ອນຂຶ້ນແມ່ນບັນຫາຂອງທົ່ວໂລກ,ເຖິງວ່າແມ່ນປະເທດເຂັ້ມແຂງແລະຮັ່ງມີກໍຫຼີກລຽງບໍ່ໄດ້,ເຊັ່ນດຽວກັນ,ການແກ້ໄຂບັນຫານີ້ແມ່ນອາໄສແຕ່ປະເທດດຽວຫຼືອົງການດຽວບໍ່ໄດ້.ປະເທດຕ່າງໆຄວນຮ່ວມກັນຮັບມືແລະປົກປັກຮັກສາໝາກຜົນແຫ່ງການພັດທະນາຂອງມວນມະນຸດ.
|
|
|