ຄະນະສຳຫຼວດການເສື່ອມສະມັດຕະພາບຂອງສິ່ງກໍ່ສ້າງນິວເຄຼຍສ.ປ.ປເກົາຫຼີເດີນທາງໄປຮອດນະຄອນຫຼວງພຽງຢາງ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 27 ພະຈິກນີ້, ຄະນະສຳຫຼວດ 10 ຄົນທີ່ປະກອບດ້ວຍເຈົ້າໜ້າທີ່ແລະຜູ້ຊ່ຽວຊານຈາກຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາແລະຣັດເຊຍໄດ້ເດີນທາງໄປຮອດນະຄອນຫຼວງພຽງຢາງ, ເພື່ອຊອກຮູ້ສະພາບການຂອງວຽກງານເຮັດໃຫ້ສິ່ງກໍ່ສ້າງນິວເຄຼຍເສື່ອມສະມັດຕະພາບຢູ່ເຂດຢົງປຽງຂອງສ.ປ.ປເກົາຫຼີ.
ຢູ່ເດີ່ນຍົນ,ນາງເຊີນນາຍຊິ່ງ ເຊິ່ງເປັນສະມາຊິກຂອງຄະນະສຳຫຼວດດັ່ງກ່າວ, ທູດວຽກງານແຫຼມເກົາຫຼີຂອງກະຊວງການຕ່າງປະເທດຈີນກ່າວວ່າ, ຄະນະສຳຫຼວດຈະເດີນທາງໄປເຂດຢົງປຽງໃນວັນທີ 28 ພະຈິກນີ້, ແລະກັບຄືນນະຄອນພຽງຢາງໃນມື້ດຽວກັນ,ແລ້ວເດີນທາງອອກຈາກພຽງຢາງໃນວັນທີ 29. ນາງຍັງກ່າວວ່າ, ນັບມາຮອດປະຈຸບັນ, ຂະບວນການເຮັດໃຫ້ສິ່ງກໍ່ສ້າງນິວເຄຼຍສ.ປ.ປເກົາຫຼີເສື່ອມສະມັດຕະພາບດຳເນີນໄປດ້ວຍດີ.
|
|