|
 |
(GMT+08:00)
2007-11-27 17:31:27
|
 |
4 ຝ່າຍທີ່ກ່ຽວຂ້ອງກັບບັນຫາຕາເວັນອອກກາງອອກຖະແຫຼງການສະໜັບສະໜູນການໄຂກອງປະຊຸມສັນຕິພາບຕາເວັນອອກກາງ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 26 ພະຈິກນີ້, ພາຍຫຼັງຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຢູ່ວໍຊິງຕັນແລ້ວ, 4 ຝ່າຍທີ່ກ່ຽວຂ້ອງກັບບັນຫາຕາເວັນອອກກາງອອກຖະແຫຼງການກ່າວວ່າ, ເດັດດ່ຽວສະໜັບສະໜູນກອງປະຊຸມສາກົນກ່ຽວກັບບັນຫາຕາເວັນອອກກາງທີ່ຈັດຂຶ້ນຢູ່ອານນາໂປລິສ໌ ລັດແມຣີແລນອາເມລິກາໃນວັນທີ 27 ພະຈິກນີ້.
ຖະແຫຼງການຂຽນວ່າ, 4 ຝ່າຍທີ່ກ່ຽວຂ້ອງຊົມເຊີຍຜູ້ນຳອິສ໌ລະແອນແລະປາເລັສຕີນໃຫ້ຄຳໝັ້ນສັນຍາທີ່ຈະເລີ່ມເຈລະຈາສອງຝ່າຍເພື່ອສ້າງປະເທດປາເລັສຕີນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນແລະເຂດກາຊາ ເພື່ອສັນຕິພາບຂອງປາເລັສຕີນອິສລະແອນ.
ຖະແຫຼງການຊີ້ອອກວ່າ, ປາເລັສຕີນກັບອິສລະແອນໃຫ້ຄຳໝັ້ນສັນຍາເພື່ອການເຈລະຈາສັນຕິພາບແມ່ນຜົນຍ້ອນຫຼາຍຝ່າຍເຊິ່ງລວມທັງ 4 ຝ່າຍກ່ຽວຂ້ອງກັບບັນຫາຕາເວັນອອກກາງ ແລະຄະນະກຳມະການສືບຕໍ່ຂໍ້ລິເລີ່ມສັນຕິພາບຂອງສັນນິບາດອາລັບໄດ້ທຳຄວາມພະຍາຍາມນຳກັນມາຫຼາຍເດືອນ.
|
|
|