ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-01 16:45:44    
ທ່ານ​ຄິຣສ​ຕົບ​​ເຟີ ຣີວ​ກ່າວ​ວ່າ​ຂະ​ບວນ​ການ​ແຈ້ງ​ແຜນ​ການ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ​ຫຼື​ຈະ​ເລີ່ມ​ດຳ​ເນີນ​ພາຍ​ໃນ​ສອງ​ອາ​ທິດ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 31 ຕຸລາ​ແລ້ວ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຄິຣສຕົບ​​ເຟີ ຣີວ ຫົວຫນ້າ​ຄະນະ​ຜູ່​ແທນ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍແຫຼມ​ເກົາຫຼີ ຜູ່​ຊ່ອຍ​ວຽກ​ງານ​ອາ​ຊີ​ຕາ​ເວັນ​ອອກ​ແລະປາຊີ​ຟິກຂອງ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາກ່າວ​ວ່າ,ຂະ​ບວນການ​​ແຈ້ງ ແຜນ ການ​ນິ​ເຄຼຍຂອງ​ແຫຼມ​ເກົາຫຼີ​ຈະ​ເລີ່​ມດຳ​ເນີນ​ພາຍ​ໃນ​ສອງ​ອາທິດ.


ທ່ານຣິວ​ໄດ້​ພົບ​ປະ​ກັບ​ຫົວຫນ້າ​ຄະນະ​ຜູ່​ແທນ​ຂອງ​ສປປ​ເກົາຫຼີ  ທ່ານ​ກິມກີ​ກວານ ລັດຖະມົນຕີ​ຊ່ອຍ​ວ່າການກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫຼີ​ແລະ​ທ່ານ​ອູ​ຕ້າ​ເວ ​ລັດຖະມົນຕີ​ຊ່ອຍ​ວ່າການກະຊວງ​ການ​ຕ່າງປະ​ເທດ​ຈີນ.

ທ່ານຣິວກ່າວ​ວ່າ,​ໃນ​​ເວລາ​ພົບ​ປະ​ກັບ​ທ່ານ​ກິມກີ​ກວານ,ສອງ​ຝ່າຍ​ອາ​ເມ​ລິ​ກາ​ສປປ​ເກົາຫຼີ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ຫຼາຍບັນຫາ,​ໂດຍ​ສະ​ເພາະ​​ແມ່ນ ແລກ ປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ບັນຫາເຮັ​ດ​​ແນວ​ໃດໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຂອງ​ສປປ​ເກົາ​ຫຼີ​ເສື່​ອມສະມັດຖະພາບ​ໃນ​ທ້າຍ​ປີ​ນີ້​ກ່ອນ.ສອງ​ຝ່າຍ​ຍັງ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ ບໍ່​​ໄດ້​ຈັດສປປ​ເກົາຫຼ​ເຂົ້າ​ໃນບັນຊີ​ລາຍ​ຊື່ປະ​ເທດ​​ເຊິ່ງສະຫນັບ ສະຫນູນລັດທິ​ກໍ່​ການຮ້າຍ ອະນຸຍາດ​ໃຫ້​ສປປ​ເກົາຫຼີ​ເຂົ້າ​ສູ່​ຕະຫຼາດ​ການ​ເງິນ​ສາກົນ​ ບັນຫາລັກ​ພາ​ຕົວ​ທີ່​ຝ່າຍ​ຍີ່​ປຸ່ນສົນ​ໃນ​ນຳ​ແລະ​ການ​ບໍ່ແຜ່​ຜາຍອາວຸດ​ນິວ​ເຄຼຍ​ເປັນ​ຕົ້ນ.