|
 |
(GMT+08:00)
2007-09-26 18:02:57
|
 |
ຢາງກຸງຂອງມຽນມາປະຕິບັດການຫ້າມສັນຈອນໃນຍາມກາງຄືນ
cri
ຕາມຂ່າວCRI, ຕອນເດິກວັນທີ25ກັນຍານີ້,ເຈົ້າໜ້າທີ່ແຂວງຢາງກຸງຂອງມຽນມາໄດ້ປະກາດວ່າ,ເລີ່ມແຕ່ວັນທີ25ກັນຍານີ້ເປັນຕົ້ນໄປ,ປະຕິບັດການຫ້າມສັນຈອນໃນຍາມກາງຄືນເປັນເວລາ60ມື້ຢູ່ຢາງກຸງ.ຫ້າມບໍ່ໃຫ້ຈັດງານຊຸມນຸມທີ່ມີຜູ່ເຂົ້າຮ່ວມຫຼາຍກວ່າ5ຄົນໃນຍາມກາງເວັນ.ມີຂ່າວແຈ້ງວ່າ,ຢູ່ເມືອງມານດາໄລ ເມືອງໃຫຍ່ທີສອງຂອງມຽນມາກໍໄດ້ປະກາດດຳລັດບໍລິຫານ,ປະກາດປະຕິບັດການຫ້າມສັນຈອນໃນຍາມກາງຄືນແລະເກືອດຫ້າມການແຫ່ຂະບວນແລະໂຮມຊຸມນຸມ.
ໃນເວລາປະກອບຄຳຄິດຄຳເຫັນໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ສະຫະປະຊາຊາດສະໄໝທີ62,ທ່ານຈອດຈ໌ ບຸສ ປະທານາທິບໍດີອາເມລິກາໄດ້ກ່າວໂຈມຕີບາງປະເທດເຊັ່ນມຽນມາ,ກູບາເປັນຕົ້ນໄດ້ຢຽບຢ່ຳສິດທິມະນຸດ,ຂາດເສລີພາບດ້ານວາຈາແລະປົກຄອງແບບຜະເດັດການ.ທ່ານກ່າວວ່າ,ອາເມລິກາຈະເພີ່ມທະວີການລົງໂທດດ້ານເສດຖະກິດແລະຂົງເຂດອື່ນໆຕໍ່ມຽນມາ,ພ້ອມທັງຊຸກຍູ້ໃຫ້ສະຫະປະຊາຊາດໃຊ້ພາຫະນະທາງການທູດແລະທາງເສດຖະກິດຊ່ວຍເຫຼືອປະຊາຊົນມຽນມາໃຫ້ໄດ້ຮັບເສລີພາບຄືນໃໝ່.
ມື້ດຽວກັນ,ກະຊວງການຕ່າງປະເທດຝະຣັ່ງໄດ້ເຕືອນໃຫ້ເຈົ້າໜ້າທີ່ມຽນມາຢ່າໃຊ້ກຳລັງອາວຸດມາປາບປາມການເຄື່ອນໄຫວແຫ່ຂະບວນ,ພ້ອມທັງຮຽກຮ້ອງໃຫ້ມຽນມາບັນລຸຄວາມປອງດອງຊາດຢ່າງແທ້ຈິງຢູ່ພາຍໃນປະເທດ,ແລະຫວັງໃຫ້ເຈົ້າໜ້າທີ່ມຽນມາໃຫ້ຄຳໝັ້ນສັນຍາອັນໝັ້ນໜຽວທີ່ຈະສ້າງສາປະຊາທິປະໄຕຄືນໃໝ່.
|
|
|