ທ່ານບາລາດີເວົ້າວ່າ, ສປປເກົາຫລີປິດສິ່ງກໍ່ສ້າງນິວເຄຼຍຢົງປຽນ 5 ແຫ່ງແມ່ນບາດກ້າວທີ່ຕັ້ງໜ້າ
cri
Author: mo
ຕາມຂ່າວCRI: ວັນທີ 18 ກໍລະກົດນີ້, ຢູ່ກົວລາລຳເປີ ທ່ານບາລາດີ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນເວົ້າວ່າ, ສປປເກົາຫລີປິດສິ່ງກໍ່ສ້າງນິວເຄຼຍຢົງປຽນທັງໝົດ 5 ແຫ່ງແມ່ນໄດ້ຢ່ວງບາດກ້າວທີ່ຕັ້ງໜ້າກ້າວໜຶ່ງໃນການບັນລຸໃຫ້ແຫຼມເກົາຫຼີປອດນິວເຄຼຍ.
ວັນທີ 18 ກໍລະກົດນີ້, ພາຍຫຼັງເຂົ້າຮ່ວມກິດຈະກຳກ່າວປາຖະກະຖາກ່ຽວກັບການຈ້ອງມອງພະລັງງານນິວເຄຼຍໃນອະນາຄົດທີ່ຈັດໂດຍສະພາບັນດິດວິທະຍາສາດມາເລເຊຍນັ້ນແລ້ວ, ທ່ານບາລາດີເວົ້າວ່າ, ຜູ້ກວດກາຂອງອົງການພະລັງງານປະລະມານູສາກົນໄດ້ຢືນຢັນວ່າ, ສປປເກົາຫລີໄດ້ປິດສິ່ງກໍ່ສ້າງນິວເຄຼຍ 5 ແຫ່ງທັງໝົດຢູ່ຢົງປຽນ. ທ່ານບາລາດີກ່າວວ່າ, ໃນຫຼາຍສັບປະດາຂ້າງໜ້າ, ອົງການພະລັງງານປະລະມານູສາກົນຈະສືບຕໍ່ໃຊ້ມາດຕະການຕິດຕາມແລະກວດກາທີ່ຈຳເປັນ. ທ່ານຫວັງໃຫ້ສປປເກົາຫລີປະກາດລາຍການບັນຊີຂອງອຸປະກອນນິວເຄຼຍແລະສິ່ງກໍ່ສ້າງນິວເຄຼຍຂອງເຂົາໂດຍໄວເທົ່າທີ່ຈະໄວໄດ້.
ທ່ານບາລາດີຍັງກ່າວວ່າ, ການແກ້ໄຂບັນຫານິວເຄຼຍຂອງແຫຼມເກົາຫລີຢ່າງຮອບດ້ານຍັງຕ້ອງເດີນທາງຢ່າງຍາວໄກ. ການເຈລະຈາ 6 ຝ່າຍຈະເສີມຂະຫຍາຍບົດບາດສຳຄັນທີ່ສຸດຕໍ່ການຊຸກຍູ້ໃຫ້ແຫຼມເກົາຫລີປອດນິວເຄຼຍແລະເຮັດໃຫ້ສປປເກົາຫລີກັບຄືນສູ່"ສົນທິສັນຍາບໍ່ແຜ່ຜາຍອາວຸດນິວເຄຼຍ".
|
|