ອີຣານປະກາດຈະສ້າງໂຮງງານກັ່ນນ້ຳມັນເຊື້ອໄຟ5ແຫ່ງຢູ່ອາຊີ
cri
ຕາມຂ່າວCRI,ວັນທີ11ມິຖຸນານີ້,ທ່ານຮາມາເນ ລັດຖະມົນຕີວ່າການກະຊວງນ້ຳມັນເຊື້ອໄຟອີຣານທີ່ພວມເຂົ້າຮ່ວມກອງປະຊຸມໃຫຍ່ກ່ຽວກັບນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດອາຊີທີ່ຈັດຂຶ້ນຢູ່ກົວລະລຳເປີ ນະຄອນຫຼວງມາເລເຊຍນັ້ນປະກາດວ່າ,ອີຣານຈະສ້າງໂຮງງານກັ່ນນ້ຳມັນເຊື້ອໄຟ5ແຫ່ງຢູ່5ປະເທດອາຊີ.
ທ່ານຮາມາເນກ່າວວ່າ,ອີຣານຈະສ້າງໂຮງງານກັ່ນນ້ຳມັນ5ແຫ່ງຢູ່ຊີຣີ,ອິນໂດເນເຊຍ,ມາເລເຊຍ,ສິງກະໂປແລະຈີນ,ໂດຍຖືເປັນພາກສ່ວນໜຶ່ງຂອງໂຄງການທີ່ອີຣານຮ່ວມມືກັບປະເທດອາຊີ.ທ່ານກ່າວວ່າ,ປະຈຸບັນ,ອີຣານໄດ້ ສຳເລັດການສຶກສາຄົ້ນຄວ້າຄວາມເປັນໄປໄດ້ຂອງແຜນການດັ່ງກ່າວແລ້ວ.
ທ່ານຮາມາເນກ່າວວ່າ,ຕາມຄາດໝາຍ,ໂຮງງານກັ່ນນ້ຳມັນ5ແຫ່ງດັ່ງກ່າວຈະຜະລິດນ້ຳມັນ1ລ້ານ1ແສນບາເລວຕໍ່ມື້,ອີຣານຈະສະໜອງນ້ຳມັນດິບໃຫ້ໂຮງງານກັ່ນນ້ຳມັນເຫຼົ່ານີ້.
|
|