ຕາມຂ່າວສານຊິນຮວາ:ວັນທີ31ພຶດສະພານີ້,ຢູ່ທີ່ບາງກອກ,ທ່ານຈາຕຸຣົນ ສາຍແສງ ຜູ້ຮັກສາການຫົວໜ້າພັກໄທຮັກໄທກ່າວວ່າ,ທ່ານຈະນຳພາສະມາຊິກສຳຄັນຂອງພັກໄທຮັກໄທຈັດຕັ້ງພັກການເມືອງຄືນໃໝ່,ແລະຍັງຈະໃຊ້ຊື່ພັກເກົ່າ.
ທ່ານຈາຕຸຣົນກ່າວວ່າ,ພັກໃໝ່ທີ່ມີຊື່ເກົ່ານັ້ນຈະສືບຕໍ່ຮັກສາ"ນະໂຍບາຍສາມັນຊົນ"ທີ່ພັກໄທຮັກໄທປະຕິບັດນັ້ນ,ຖື"ການຊ່ອຍເຫຼືອຜູ້ທຸກຍາກເປັນຈຸດປະສົງຫຼັກ,ສ່ວນນ້ຳໃຈຂອງພັກໄທຮັກໄທຈະບໍ່ປ່ຽນແປງ.
ວັນທີ31ພຶດສະພານີ້,ນາງສຸດາຣັດ ເກຍຸຣາພັນ ຮອງຫົວໜ້າພັກໄທຮັກໄທກ່າວວ່າ,ກຳມະການບໍລິຫານງານໝົດທຸກຄົນທີ່ຖືກຫ້າມບໍ່ໃຫ້ເຂົ້າຮ່ວມການເມືອງ5ປີຍັງຈະເຂົ້າຮ່ວມພັກໃໝ່ທີ່ຈັດຕັ້ງຄືນໃໝ່ໃນຖານະສະມາຊິກພັກທຳມະດາ,ແລະຈະສືບຕໍ່ເສີມຂະຫຍາຍບົດບາດຂອງໃຜລາວໃນພັກ.
|