|
 |
(GMT+08:00)
2007-05-06 19:04:00
|
 |
ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍກ່າວວ່າຈະຊຸກຍູ້ມິດຕະພາບແລະການຮ່ວມມືລະຫວ່າງຈີນກຳປູເຈຍຢ່າງບໍ່ຢຸດຢັ້ງ
cri
Author: da
ຕາມຂ່າວCRI:ວັນທີ5ພຶດສະພານີ້ ຢູ່ພະນົມເປັນ ນາງຈັ່ງຈີ່ນເຟີ້ງ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍກ່າວວ່າ,ຈີນກຳປູເຈຍມີມິດຕະພາບອັນເລິກເຊິ່ງ,ການຮ່ວມມືລະຫວ່າງສອງປະເທດໃນດ້ານເສດຖະກິດການຄ້າ ຄົມມະນາຄົມແລະການທ່ອງທ່ຽວຈະໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ.
ໃນເວລາໃຫ້ສຳພາດຕໍ່ຄະນະນັກຂ່າວຂອງວິທະຍຸໂທລະພາບຂະໜາດໃຫຍ່ຂອງກິດຈະກຳ"ການເດີນທາງເພື່ອການຮ່ວມມືຈີນອາຊຽນ"ໃນວັນທີ5ພຶດສະພານີ້ ນາງຈັ່ງຈິ່ນເຟີ້ງເວົ້າວ່າ,ແຕ່ກຳປູເຈຍຟື້ນຟູສັນຕິພາບ16ປີມານີ້,ລັດຖະບານຈີນໄດ້ຜັນຂະຫຍາຍທິດທາງການທູດຕໍ່ປະເທດອ້ອມຂ້າງທີ່"ມີມິດຕະພາບກັບປະເທດໃກ້ຄຽງ,ເປັນໝູ່ເພື່ອນກັບປະເທດໃກ້ຄຽງ"ຕະຫຼອດມາ,ໄດ້ຊ່ອຍເຫຼືອທີ່ບໍ່ເຫັນແກ່ຕົວຢ່າງຫຼວງຫຼາຍແກ່ກຳປູເຈຍ,ຊ່ອຍກຳປູເຈຍບັນລຸການພັດທະນາເສດຖະກິດຢ່າງວ່ອງໄວ,ໂຄງການລົງທຶນຂອງວິສາຫະກິດຈີນຢູ່ກຳປູເຈຍກໍເພີ່ມຂຶ້ນເທື່ອລະກ້າວ,ວິສາຫະກິດຈີນຫຼາຍກວ່າເກົ່າກໍຢາກເພີ່ມທະວີການໄປມາຫາສູ່ກັນທາງເສດຖະກິດການຄ້າກັບກຳປູເຈຍ.ນາງເຫັນວ່າ,ຈີນກຳປູເຈຍມີພື້ນຖານອັນດີງາມໃນການແລກປ່ຽນແລະການຮ່ວມມືໃນຂົງເຂດເສດຖະກິດການຄ້າ ການສຶກສາ ວັດທະນະທຳ ສາທາລະນະສຸກແລະການທ່ອງທ່ຽວ,ການຮ່ວມມືແລະການພັດທະນາລະຫວ່າງສອງຝ່າຍມີອະນາຄົດອັນກວ້າງຂວາງ.
|
|
|