|
 |
(GMT+08:00)
2007-04-18 19:56:05
|
 |
ກອງປະຊຸມສຸດຍອດກ່ຽວກັບພະລັງງານຂອງອົງປະກອບຮ່ວມປະເທດທະວີບອາເມລິກາໃຕ້ອັດປະຊຸມແລະອອກຖະແຫຼງການຮ່ວມ
cri
Author: MO
ຕາມຂ່າວCRI: ກອງປະຊຸມສຸດຍອດກ່ຽວກັບພະລັງງານຂອງອົງປະກອບຮ່ວມປະເທດທະວີບອາເມລິກາໃຕ້ຄັ້ງປະຖົມມະເລີກທີ່ໄຂຢູ່ເມືອງມາກາລິທາ ເມືອງເກາະດອນທະເລຢູ່ເວເນຊູເອລາເປັນເວລາ 2 ມື້ໄດ້ອັດປະຊຸມໃນວັນທີ 17 ເມສານີ້. ຜູ້ນຳແລະຜູ້ຕາງໜ້າລັດຖະບານຂອງ 12 ປະເທດທີ່ຮ່ວມປະຊຸມໄດ້ຮ່ວມກັນເຊັນຖະແຫຼງການຮ່ວມ.
ຖະແຫຼງການຂຽນວ່າ, ຝ່າຍຕ່າງໆທີ່ຮ່ວມປະຊຸມໄດ້ເປັນເອກະສັນກັນເຫັນວ່າ, ການພ້ອມກັນຊຸກຍູ້ການຮ່ວມມືດ້ານພະລັງງານຢູ່ພາກພພື້ນອາເມລິກາໃຕ້ແລະເຊື່ອມໂຍງເປັນເອກະພົບດຽວແມ່ນກຳລັງແມ່ແຮງຕົ້ນຕໍຂອງພາກພື້ນດັ່ງກ່າວໃນການຫຼຸດຜ່ອນຄວາມທຸກຍາກແລະຊຸກຍູ້ໃຫ້ເສດຖະກິດສັງຄົມພັດທະນາ, ລະຫວ່າງປະເທດສະມາຊິກຄວນເພີ່ມທະວີການຕິດຕໍ່ພົວພັນແລະຮ່ວມມືກັນໃນຂົງເຂດນຳໃຊ້ຊັບພະຍາກອນແບບຍືນຍົງແລະການບຸກເບີກພະລັງງານ, ພ້ອມກັນຊຸກຍູ້ໃຫ້ທະວີບອາເມລິກາໃຕ້ຫັນເປັນເອກະພົບດຽວ.
ຖະແຫຼງການໄດ້ປະກາດສ້າງຕັ້ງສະພາມົນຕີພະລັງງານທະວີບອາເມລິກາໃຕ້ທີ່ປະກອບດ້ວຍລັດຖະມົນຕີກະຊວງພະລັງງານຂອງປະເທດທີ່ກ່ຽວຂ້ອງ, ແລະປ່ຽນຊື່ອົງປະກອບຮ່ວມປະເທດອາເມລິກາໃຕ້ເປັນສະຫະພັນປະເທດອາເມລິກາໃຕ້.
|
|
|