ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-13 14:09:31    
ນາ​ຍົກ​ຈີນ​ກັບ​ຍີ່​ປຸ່ນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຮັບ​ຮອງ​ລະ​ລຶກ​ສາຍ​ພົວ​ພັນ​ການ​ທູດ​ຈີນ​ຍີ່​ປຸ່ນ​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ຄົບ​ຮອບ 35 ປີທີ່​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຍີ່​ປຸ່ນ​ຈີນ​ຈັດ​ຂຶ້ນ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 12 ​ເມສາ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກັບ​ທ່ານ​ຊີ​ນ​ໂຈ ອາ​ເບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມງານ​ລ້ຽງ​ຮັບ​ຮອງ​ລະ​ລຶກ​ສາຍ​ພົວ​ພັນ​ການ​ທູດຈີນ​ຍີ່​ປຸ່ນ​ເຂົ້າ​ສູ່​ສະພາບ​ປົກກະຕິ​ຄົບຮອບ 35 ປີທີ່​ອົງການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຍີ່ປຸ່ນ​ຈີນ​ຂອງ​ຍີ່ປຸ່ນ​ຈັດ​ຂຶ້ນ.

ໃນ​ງານ​ລ້ຽງ,​ທ່ານ​ເວີ່ນ​​ເຈ່ຍ​ປາວ​ກ່າວ​ວ່າ,​ການ​ປັບປຸງ​ແລະ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນກັບ​ຍີ່ປຸ່ນ​ຕ້ອງ​ອາ​ໄສ​ຄວາມ​ພະຍາ​ຍາມ​ຂອງ​ລັດຖະ​ບານ​ສອງ​ປະ​ເທດ,ອາ​ໄສ​ການ​ຕັດ​ສິນ​ຊີ້​ຂາດ​ຂອງ​ນັກ​ການ​ເມືອງ,​ແຕ່​ວ່າ,ມີ​ແຕ່ມິດ​ຕະພາບ​ລະຫວ່າງ​ຈີນກັບ​ຍີ່ປຸ່ນ​ມີພື້ນ​ຖານ​ອັນ​ໝັ້ນ​ແກ່ນ​​ໃນ​ໝູ່ປະ​ຊາ​ຊົນ​ທໍ່​ນັ້ນ,ມິດ​ຕະພາບ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ຈຶ່ງ​ໝັ້ນ​ຄົງ​ຖາ​ວອນ.ທ່ານ​ຊີ​ນ​ໂຈ ອາ​ເບ​ກ່າວ​ຄຳ​ປາ​ໄສ​ວ່າ,​ໃນ​ການ​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວ​,ທ່ານ​ທັງ​ສອງ​ໄດ້​ມີ​ຄວາມ​ຮັບ​ຮູ້​ອັນ​ສຳຄັນ​ຫຼາຍ​ຂໍ້ທີ່​ເປັນ​ເອ​ກະ​ສັນ​ກັນ,ນີ້​ໝາຍ​ຄວາມ​ວ່າ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຢ່ວງ​ບາດ​ກ້າວ​ໃໝ່​ໄປ​ສູ່​ທິດສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຍີ່ປຸ່ນ​ກັບຈີນ.ທ່ານ​ກ່າວ​ວ່າ,ຈະ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ,ອອກ​ແຮງ​ສຸດ​ຂີດ​ເພື່ອ​ຂະ​ຫຍາຍ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນກັບຈີນ.

ເພື່ອ​ລະ​ລຶກ​ສາຍ​ພົວ​ພັນ​ການ​ທູດ​ຍີ່ປຸ່ນ​ຈີນ​ເຂົ້າ​ສູ່​ສະ​ພາບ​ປົກກະຕິ​ຄົບຮອບ 35 ປີ,ລັດ​ຖະບານ​ຍີ່ປຸ່ນ​ແລະຈີນ​ຕົກ​ລົງ​ຈັດ​ປີ​ແລ​ກປ່ຽນ​ວັດທະ​ນະ​ທຳ​ແລະ​ກິລາ​ຍີ່ປຸ່ນ​ຈີນ.ມື້​ດຽວ​ກັນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ກັບ​ທ່ານ​ຊີ​ນ​ໂຈ ອາ​ເບ​ຍັງ​ໄດ້​ພ້ອມກັນ​ເຂົ້າ​ຮ່ວມ​ພິທີ​ໄຂ​ກິດຈະ​ກຳປີ​ແລກ​ປ່ຽນ​ວັດ​ທະ​ນ​ທຳ​ແລະ​ກິລາຈີນ​ຍີ່ປຸ່ນຂອງ​ຝ່າຍ​ຈີນ​.