
ຕາມຂ່າວCRI:ຕອນເຊົ້າວັນທີ 12 ເມສານີ້,ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນທີ່ພວມຢ້ຽມຢາມຍີ່ປຸ່ນໄດ້ກ່າວປາຖະກະຖາໃນຫົວຂໍ້"ເພື່ອມິດຕະພາບແລະການຮ່ວມມື"ຢູ່ລັດຖະສະພາຍີ່ປຸ່ນ,ນີ້ແມ່ນຜູ້ນຳຈີນຜູ້ທຳອິດທີ່ໄດ້ກ່າວປາຖະກະຖາຢູ່ລັດຖະສະພາຍີ່ປຸ່ນໃນ 22 ປີມານີ້.

ໃນການກ່າວປາຖະກະຖາ,ທ່ານເວີ່ນເຈ່ຍປາວໄດ້ຫວນຄືນປະຫວັດການໄປມາຫາສູ່ກັນຢ່າງມີໄມຕີຈິດລະຫວ່າງປະຊາຊາດຈີນກັບປະຊາຊາດຍີ່ປຸ່ນໃນ 2000 ກວ່າປີມານີ້ແລະປະຫວັດສາດທົນທຸກທໍລະມານທີ່ຍີ່ປຸ່ນກໍ່ສົງຄາມຮຸກຮານຈີນໄດ້ນຳມາໃຫ້ປະຊາຊົນສອງຊາດ.ທ່ານຊີ້ອອກວ່າ,ນັບແຕ່ສາຍພົວພັນທາງການທູດຈີນຍີ່ປຸ່ນກັບສູ່ສະພາບປົກກະຕິເປັນເວລາ 35 ປີມານີ້,ການພົວພັນລະຫວ່າງຈີນຍີ່ປຸ່ນໄດ້ຮັບການຂະຫຍາຍຕົວຢ່າງຫຼວງຫຼາຍ,ໄດ້ນຳເອົາຜົນປະໂຫຍດທີ່ແທ້ຈິງມາໃຫ້ປະຊາຊົນສອງຊາດ.ຈີນກັບຍີ່ປຸ່ນປອງດອງກັນກໍ່ຕ່າງຈະໄດ້ຮັບຜົນປະໂຫຍດ,ຖ້າຕໍ່ສູ້ກັນກໍ່ຈະຖືກທຳລາຍໝົດ,ການສ້າງໄມຕີຈິດລະຫວ່າງປະຊາຊົນສອງຊາດທຸກເຊັ່ນຄົນນັ້ນສອດຄ່ອງກັບກະແສປະຫວັດສາດແລະຄວາມປາຖະໜາຂອງປະຊາຊົນສອງຊາດທັງນັ້ນ,ແລະກໍ່ແມ່ນຄວາມຄອງຄອຍຢ່າງຈົດຈໍ່ຂອງອາຊີກໍ່ຄືປະຊາຄົມໂລກ.

ຕອນບ່າຍວັນທີ 11 ເມສານີ້,ຢູ່ໂຕກຽວ,ທ່ານເວີ່ນເຈ່ຍປາວໄດ້ພົບປະເຈລະຈາກັບທ່ານຊີນໂຈ ອາເບ ນາຍົກລັດຖະມົນຕີຍີ່ປຸ່ນ,ສອງຝ່າຍໄດ້ກຳນົດເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ,ເຫັນດີສ້າງກົນໄກສົນທະນາເສດຖະກິດລະດັບສູງຈີນຍີ່ປຸ່ນ.ມື້ດຽວກັນ,ສອງຝ່າຍຍັງໄດ້ອອກຖະແຫຼງການຮ່ວມ,ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບເນື້ອໃນຕ່າງໆຄືນ້ຳໃຈພື້ນຖານແລະເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດພ້ອມດ້ວຍການຮ່ວມມືລະອຽດຕ່າງໆທີ່ຈະດຳເນີນເພື່ອການພົວພັນດັ່ງກ່າວ.
|