ຕາມຂ່າວສານຊິນຮວາ:ວັນທີ20ມັງກອນນີ້,ກອງປະຊຸມປະຈຳປີຂອງເວທີປຶກສາຫາລືສົງຄົມໂລກຄັ້ງທີ7ໄດ້ໄຂຂຶ້ນຢູ່ໄນໂລບີ ນະຄອນຫຼວງເຄນຢາ.ຜູ້ຈັດຕັ້ງຄາດຄະເນວ່າ,ຈະມີຜູ້ແທນ8ໝື່ນກວ່າຄົນຂອງ100ກວ່າປະເທດແລະເຂດແຄວ້ນໄປເຂົ້າຮ່ວມກອງປະຊຸມ,ການຫາລື,ກິດຈະກຳວັດທະນະທຳແລະງານວາງສະແດງ1000ກວ່າຮອບ.
ເວທີປຶກສາຫາລືຄັ້ງນີ້ຈະຈັດຂຶ້ນ6ມື້,ຫົວຂໍ້ມີບັນຫາສັງຄົມຕ່າງໆ,ເຊັ່ນ,ພະຍາດເອດ,ດູໝິ່ນເຊື້ອຊາດ,ການຄ້າເສລີ,ສິດແລະຜົນປະໂຫຍດຂອງແມ່ຍິງແລະເດັກ,ຫຼຸດໜີ້ສິນແລະຫຼຸດຜ່ອນຄວາມທຸກຍາກເປັນຕົ້ນ.
ເວທີປຶກສາຫາລືສັງຄົມໂລກແມ່ນລິເລິ່ມໂດຍອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຂອງປະເທດຕ່າງໆທີ່ຄັດຄ້ານເສດຖະກິດໂລກາວິວັດ,ຈັດກອງປະຊຸມ ປີລະເທື່ອ,ເກືອບໃນເວລາດຽວກັນກັບກອງປະຊຸມປະຈຳປີຂອງເວທີປຶກສາຫາລືເສດຖະກິດໂລກ.
|