ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-13 20:46:43    
ຣັດ​ເຊຍ​ແລະ​ເບ​ໂຣຣຸດຊີ​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ບັນ​ຫາ​ພາ​ສີ​ນ້ຳ​ມັນ​ເຊື້ອ​ໄຟ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 12 ມັງກອນ​ຢູ່​ມົສກູ, ຣັດ​ເຊຍ​ແລະ​ເບ​ໂຣຣຸດຊີ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຂາ​ເຂົ້າຂາ​ອອກ​ນ້ຳມັນ​ເຊື້ອ​​ໄຟ​ລະຫວ່າງ​ສອງ​ປະ​ເທດ​ແລະ​ບັນຫາ​ນ້ຳມັນ​ເຊື້ອ​​ໄຟ​ຜ່ານ​ແດນ, ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ສຸດ​ທ້າຍ​ສະບັບ​ໜຶ່ງ.

ມື້​ດຽວ​ກັນ, ຫຼັງຈາກ​ເຈລະຈາ​ກັບ​ທ່ານ​ສີ​ໂດ​ສ໌​ກີ ນາຍົກລັດຖະມົນຕີ​ເບ​ໂຣຣຸດຊີ​ແລ້ວ, ທ່ານ​ຟຼາດຄົຟ ນາຍົກລັດຖະມົນຕີຣັດ​ເຊຍ​ເວົ້າຕໍ່​ນັກ​ຂ່າວ​ວ່າ, ອີງ​ຕາມ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຂອງ​ສອງ​ຝ່າຍ, ຣັດ​ເຊຍ​ຈະຫຼຸດພາສີ​ສົ່ງ​ອອກ​ນ້ຳມັນ​ດິບ​ຕໍ່​ເບ​ໂຣຣຸດຊີ​ໃຫ້​ໜ້ອຍລົງ​ຢ່າງຫຼວງຫຼາຍ. ຂະນະ​ດຽວ​ກັນ, ຣັດ​ເຊຍ​ແລະ​ເບ​ໂຣຣຸດຊີ​ຈະ​ແບ່ງປັນ​ພາສີ​ນ້ຳມັນ​ສຳ​ເລັດ​ຮູບ​ທີ່​ຜະລິດ​ດ້ວຍ​ນ້ຳມັນ​ດິບ​ຂອງຣັດ​ເຊຍ​ທີ່​ເບ​ໂຣຣຸດຊີ​ສົ່ງ​ອອກ​ນັ້ນຕາມ​ອັດຕາ​ສ່ວນ​ອັນ​ແນ່ນອນ.

ທ່ານ​ຟຼາດຄົຟ​ເວົ້າວ່າ, ສອງ​ຝ່າຍ​ຍັງ​ໄດ້​ເຊັນ​ຫຍໍ້​ສັນຍາ​ກ່ຽວ​ກັບ​ການ​ແກ້​ໄຂບັນຫາຕ່າງໆ​​ໃນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ, ສັນຍາ​ກ່ຽວ​ພັນ​ເຖິງ​ບັນຫາ​ຕ່າງໆ​ເຊັ່ນ: ລົບ​ລ້າງ​ການ​ຈຳກັດ​ຕ່າງໆ​ດ້ານ​ການ​ຄ້າ​ເຊິ່ງກັນ​ແລະ​ກັນ ສະໜອງ​ນ້ຳມັນ​ເຊື້ອ​ໄຟ​ແລະ​ນ້ຳມັນ​ສຳ​ເລັດ​ຮູບ​ແລະ​ອື່ນໆ.