ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-12 18:44:47    
ທ່ານ​ລີ​ຈ້າວ​ຊິງ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ​4​ຂອງ​ຄະ​ນະ​ກຳ​ມະ​ການ​ຈີນ​ຍີ່​ປຸ່ນ​ສ.​ເກົາ​ຫຼີ

cri
ຕາມ​ຂ່າວCRI,ວັນ​ທີ12​ມັງກອນ​ນີ້,ຢູ່​ເຊ​ບູ​ແຫ່ງ​ຟີ​ລິບ​ປິນ,ທ່ານ​ລີ​ຈ້າວ​ຊິງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ​4​ຂອງ​ຄະ​ນະ​ກຳ​ມະ​ການ​ຈີນ​ຍີ່​ປຸ່ນ​ສ.​ເກົາ​ຫຼີ,​ແລະ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານ​ທ່ຽງ​ເພື່ອ​ເຮັດ​ວຽກ​ລະ​ດັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.

ທ່ານ​ລີ​ຈ້າວ​ຊິງ​ກ່າວ​ວ່າ,ສາມ​ປະ​ເທດ​ຄື​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ມີ​ຜົນ​ດີ​ຕໍ່​ປະ​ຊາ​ຊົນ​ຂອງ​ສາມ​ປະ​ເທດ​ແລະ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.​ປັດ​ຈຸ​ບັນ​,ການ​ພົວ​ພັນ​ລະຫວ່າງ​ສາມ​ປະ​ເທດ​ໄດ້​ປະ​ກົດ​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ໃໝ່,​ຄວນ​ຈັບ​ໂອ​ກາດ​ທີ່​ມີ​ຜົນ​ດີ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ,​ຍົກ​ສູງ​ລະ​ດັບ​ກາ​ນຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື.

ໃນ​ງານ​ລ້ຽງ​ອາຫານ​ທ່ຽງ​ເພື່ອ​ເຮັດ​ວຽກ​ລະ​ດັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ,​ທ່ານ​ລີ​ຈ້າວ​ຊິງ​ກ່າວ​ວ່າ,​ຝ່າຍ​ຈີນ​ມີ​ເຈດ​ຈຳ​ນົງ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ,​ຈາກ​ງ່າຍ​ຮອດ​ຍາກ,​ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ທີ່​ຜູ່​ນຳ​ສະ​ເໜີ​ອອກ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ປະ​ຖົມ​ມະ​ເລີກ​ນັ້ນ​ຢ່າງ​ມີ​ຈຸດ​ໜັກ​ແລະ​ເປັນ​ບາດ​ກ້າວ,​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​5​ວຽກ​ງານ​ຈຸດ​ໜັກ​ກ່ອນ​ໝູ່​ຄື​ພະ​ລັງ​ງານ,​ການ​ທະ​ນາ​ຄານ,​ການ​ສຶກ​ສາ,​ການ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ໄຂ້​ຫວັດ​ສັດ​ປີກ​ແລະ​ການ​ຫຼຸດ​ຜ່ອນ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດ.