 ຢູ່ອາເມລິກາ,ເດັກນ້ອຍພວມຊົມເບິ່ງພໍ່ເຖົ້າຄຼິສມາດລອຍຢູ່ໃຕ້ນ້ຳ ຕາມຂ່າວສານຊິນຮວາ: ຄຽງຄູ່ກັບບຸນຄິຼສມາດຈະວຽນມາເຖິງ,ຄົນອາເມລິກາ ອັງກິດແລະຝັຼ່ງເປັນຕົ້ນໄດ້ຕ້ອນຮັບບູນຢ່າງເບີກບານມ່ວນຊື່ນດ້ວຍຫລາຍຮູບແບບ,ບຸນຄຼິສມາດກໍ່ໄດ້ສ້າງໂອກາດຫາລາຍໄດ້ໃຫ້ແກ່ຮ້ານຄ້າຕ່າງໆ.
 ມາດຼິດຂອງແອຍປາຍຈູດດອກໄມ້ໄຟເພື່ອສະເຫຼີມສະຫຼອງບຸນຄຼິສມາດ ການສຳຫລວດສະແດງໃຫ້ເຫັນວ່າ,ປີນີ້,ຄ່າໃຊ້ຈ່າຍຊື້ຂອງຂວັນບຸນຄຼິສມາດຂອງຄົນອາເມລິກາທີ່ສະເລ່ຍຕາມຫົວຄົນມີເກືອບໜຶ່ງພັນໂດລາ.
ສ່ວນຄົນອັງກິດແມ່ນມັກບຸນຄຼິສມາດເປັນພິເສດ.ຕາມການສຳຫລວດຂອງພາກສ່ວນໄປສະນີອັງກິດ,ກ່ອນບຸນຄຼິສມາດປີນີ້ມີບັດອວຍພອນຄຼິສມາດປະມານ 750 ລ້ານບັດຕ້ອງການສົ່ງ.
ຄົນຝັຼ່ງສະຫລອງບຸນຄິຼສມາດ,ມີເນື້ອໃນສຳຄັນລາຍໜຶ່ງນີ້ກໍ່ແມ່ນຊື້ຂອງ.ໃນໄລຍະບຸນຄຼິສມາດ,ຄອບຄົວຝັ່ຼງຈຳນວນໜຶ່ງມັກໃຊ້ຈ່າຍລາຍຈ່າຍປະຈຳວັນ1 ສ່ວນ 10ຂອງຕະຫລອດປີ.
 ຫວຍຄຼິສມາດຂອງແອສປາຍ
 ໄທເມືອງອານມາຊາງຂອງແອສປາຍສະເຫຼີມສະຫຼອງເມືອງພວກເຂົາເຈົ້າ ໄດ້ຊື້ຖືກເລກຫວຍຄຼິສມາດ ເຫົ້ຼາແຊມປຽນແມ່ນສິນຄ້າທີ່ຄົນແອສປາຍບໍລິໂພກຫລາຍກວ່າໝູ່ໃນບຸນຄິຼສມາດ.ແຕ່ໃນຫລາຍປີມານີ້,ຄົນແອສປາຍເລີ່ມນິຍົມຊື້ຫວຍຄຼິສມາດ.
ຢູ່ເຊັກ,ການກິນປາໃນໃນບຸນຄຼິສມາດໄດ້ມີປະຫວັດຫລາຍຮ້ອຍປີແລ້ວ.ຄົນເຊັກເຫັນວ່າ,ກິນປາໃນເປັນສັນຍະລັກວ່າ,ຄົນທັງຫລາຍມີຄວາມປາຖະໜາອັນດີງາມຕໍ່ປີໃໝ່.ສະນັ້ນ,ຫລາຍມື້ມານີ້,ປາໃນຂາຍດິບຂາຍດີທີ່ສຸດຢູ່ເຊັກ.
|