ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-15 23:12:29    
ອົງ​ການ​ໂອ​ເປັກ​ຕົກ​ລົງ​ຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ດິບ

cri
ຕາມ​ຂ່າວCRI,ວັນ​ທີ14​ທັນວາ​ນີ້,ພາຍຫຼັງ​ກອງ​ປະຊຸມລະດັບລັດຖະມົນຕີ​ຂອງ​ອົງ​ການ​ປະ​ເທດ​ສົ່ງ​ອອກ​ນ້ຳມັນ​ຫຼືໂອ​ເປັກ​ທີ່​ຈັດ​ຂຶ້ນ​ຢູ່​ອາ​ບູຈາ ນະ​ຄອນ​ຫຼວງ​ນີ​ເຊຣີ ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,​ທ່ານ​ເອັດ​ມຸດ​ດາວ​ໂຄ​ລູ ປະທານໝູນວຽນ​ຂອງ​ອົງ​ການ​ໂອ​ເປັກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ກິດ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ ນີ​ເຊຣີ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ວ່າ,​ໂດຍ​ພິຈາລະນາ​ເຖິງ​ການ​ສະໜອງ​ຂອງ​ຕະ​ຫຼາດ​ແມ່ນ​ພຽງພໍ,​ປະລິມານນ້ຳມັນ​ດິບທີ່​ສະ​ສົມ​ໄວ້​ໄດ້​ເພີ່ມ​ຂຶ້ນ​ພ້ອມ​ດ້ວຍ​ຄວາມ​ສາມາດ​ການ​ຜະ​ລິດ​ພຽງ​ພໍ,​ອົງ​ການ​ໂອ​ເປັກ​ຕົກ​ລົງ​ຈະ​ຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ດິບ​5​ແສນບາ​ເລວ​ຕໍ່​ມື້​ແຕ່​ວັນ​ທີ1​ກຸມ​ພາ​ປີ​2007​ເປັນ​ຕົ້ນ​ໄປ.ທ່ານ​ກ່າວ​ວ່າ,​ກ່ອນ​ວັນ​ທີ1​ກຸມ​ພາ​ປີ​2007,​ອົງ​ການ​ໂອ​ເປັກ​ຍັງ​ຈະ​ຮັກ​ສາ​ປະ​ລິ​ມານ​ການ​ຜະລິດ​ນ້ຳມັນ​ດິບ26​ລ້ານ3​ແສນ​ບາ​ເລວ​ຕໍ່​ມື້​ຄື​ເກົ່າ.

ການ​ຕົກລົງ​ຫຼຸດ​ປະລິມານ​ການ​ຜະ​ລິດ​ຂອງ​ໂອ​ເປັກ​ໄດ້​ພາ​ໃຫ້​ຕະ​ຫຼາດ​ສາ​ກົນ​ເກີດ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ໂດຍ​ທົ່ວ​ໄປ.ວັນ​ທີ​14​ທັນ​ວາ​ນີ້,​ໃນ​ຕະ​ຫຼາດ​ສິນ​ຄ້າ​ນີວ​ຢອກ,​ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ​ທີ່​ຈຳ​ໜ່າຍ​ລ່ວງ​ໜ້າ​ແລະ​ຈະ​ມອບ​ສິນ​ຄ້າ​ໃນ​ເດືອນ​ມັງ​ກອນ​ປີ​ໜ້າ​ໄດ້​ເພີ່ມ​ຂຶ້ນ​1,14​ໂດ​ລາ​ຕໍ່​ບາ​ເລວ,​ລາ​ຄາ​ໃນ​ເວ​ລາ​ອັດ​ຕະ​ຫຼາດ​ແມ່ນ​62,51​ໂດ​ລາ​ຕໍ່​ບາ​ເລວ.​ໃນ​ຕະ​ຫຼາດ​ ນ້ຳ​ມັນ​ເຊື້ອ​ໄຟ​ສາ​ກົນ​ລອນ​ດອນ,​ລາ​ຄາ​ນ້ຳ​ມັນ​ດິບ​ແບຼນ​ທະ​ເລ​ເໜືອ​ທີ່​ຈຳ​ໜ່າຍ​ລ່ວງ​ໜ້າ​ແລະ​ຈະ​ມອບ​ສິນ​ຄ້າ​ໃນ​ເດືອນ​ມັງ​ກອນ​ປີ​ໜ້າ​ໄດ້​ເພີ່ມ​ຂຶ້ນ​0,9​ໂດ​ລາ​ຕໍ່​ບາ​ເລວ,​ລາ​ຄາ​ໃນ​ເວ​ລາ​ອັດ​ຕະ​ຫຼາດ​ແມ່ນ​62,23​ໂດ​ລາ​ຕໍ່​ບາ​ເລວ.