ສະຫະພັນສາກົນຂອງສະພາກາງແດງແລະສະພາເຄິ່ງວົງເດືອນແດງປະກາດບົດລາຍງານໄພພິບັດຂອງໂລກ
cri
ຕາມຂ່າວCRI,ວັນທີ14ທັນວານີ້,ຢູ່ເຊິແນວສະຫະພັນສາກົນຂອງສະພາກາງແດງແລະສະພາເຄິ່ງວົງເດືອນແດງໄດ້ປະກາດບົດລາຍງານໄພພິບັດຂອງໂລກໂດຍຊີ້ອອກວ່າ,ປີ2005ແມ່ນປີໜຶ່ງທີ່ທົ່ວໂລກປະສົບໄພພິບັດແລະ ຄວາມເສຍຫາຍດ້ານເສດຖະກິດໜັກທີ່ສຸດໃນ10ປີມານີ້.
ບົດລາຍງານຂຽນວ່າ,ປີ2005,ທົ່ວໂລກໄດ້ເກີດໄພພິບັດ744ເທື່ອ,ມີເກືອບ1ແສນຄົນເສຍຊີວິດ,ໃນນັ້ນ,80%ແມ່ນຊາວປາກີສະຖານຍອດຈຳນວນຜູ່ປະສົບໄພມີເຖິງ161ລ້ານຄົນ,ຜູ່ປະສົບໄພສ່ວນຫຼາຍດຳລົງຊີວິດຢູ່ອາຊີ.ຄວາມເສຍຫາຍດ້ານເສດຖະກິດມີເຖິງ159ຕື້ໂດລາ,ຫຼາຍກວ່າລະດັບສະເລ່ຍໃນ10ມານີ້ໜຶ່ງເທົ່າ.
|
|