|
 |
(GMT+08:00)
2006-12-02 18:07:29
|
 |
ອົງການຈັດຕັ້ງວິສາຫະກິດອາເມລິກາຮຽກຮ້ອງໃຫ້ລັດຖະບານຜ່ອນຄາຍການຈຳກັດການສົ່ງອອກສິນຄ້າຕໍ່ຈີນ
cri
ຕາມຂ່າວສານຊີນຮວາ,ວັນທີ1ທັນວານີ້,ອົງການຈັດຕັ້ງວິສາຫະກິດຫຼາຍສິບອົງການຂອງອາເມລິກາຮ່ວມກັນສົ່ງຈົດໝາຍໄປຍັງກະຊວງການຄ້າອາເມລິກາ,ຮຽກຮ້ອງໃຫ້ລັດຖະບານຜ່ອນຄາຍການຈຳກັດການສົ່ງອອກສິນຄ້າຕໍ່ຈີນທີ່ພວມພິຈາລະນາຢູ່,ແລະກ່າວວ່າ,ການຈຳກັດດັ່ງກ່າວຈະທຳລາຍຜົນປະໂຫຍດຂອງວິສາຫະກິດອາເມລິກາອັນໄພສານ.
ອົງການຈັດຕັ້ງວິສາຫະກິດເຫຼົ່ານີ້ເປັນຕົວແທນໃນຫຼາຍຂົງເຂດ,ເຊັ່ນອຸດສາຫະກຳ ຜະລິດດັ້ງເດີມແລະອຸດສາຫະກຳໄຮເທັກເປັນຕົ້ນ,ໃນນັ້ນມີບໍລິສັດຂ້າມຊາດຫຼາຍແຫ່ງເຊິ່ງລວມທັງໄມໂກຼຊອຟ.ອົງການຈັດຕັ້ງວິສາຫະກິດເຫຼົ່ານີ້ກ່າວເນັ້ນວ່າ,ຂໍ້ກຳນົດກ່ຽວກັບການຈຳກັດການສົ່ງອອກສິນຄ້າຕໍ່ຈີນທີ່ພວມພິຈາລະນາຢູ່ບໍ່ພຽງແຕ່ບໍ່ມີຜົນດີຕໍ່ຄວາມປອດໄພຂອງອາເມລິກາເທົ່ານັ້ນ,ຫາກຍັງຈະທຳລາຍຄວາມພະຍາຍາມຂອງອາເມລິກາໃນການເພີ່ມທະວີການພົວພັນອາເມລິກາຈີນໃນດ້ານອື່ນໆອີກ.ແຜນການຈຳກັດຈະເຮັດໃຫ້ວິສາຫະກິດຂອງເຂດແຄວ້ນອື່ນໆເຊັ່ນເອີລົບເປັນຕົ້ນໄດ້ຮັບທ່າແຮງໃນການແຂ່ງຂັນກັບວິສາຫະກິດອາເມລິກາດ້ານການສົ່ງອອກສິນຄ້າຕໍ່ຈີນ.
ອົງການຈັດຕັ້ງວິສາຫະກິດເຫຼົ່ານີ້ຫວັງໃຫ້ລັດຖະບານອາເມລິກາປຶກສາຫາລືກັບນັກທຸລະກິດຂາອອກຢ່າງເຕັມສ່ວນແລ້ວ,ຍົກເລີກຫຼືປ່ຽນແປງຂໍ້ຈຳກັດການສົ່ງອອກຕໍ່ຈີນຢ່າງເຖິງຖອງ.
|
|
|