ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-28 16:26:23    
ເອີ​ລົບ​ເລີ່ມ​ເປີດ​ຂະ​ບວນ​ລົບ​ລ້າງ​ກຳ​ລັງ​ຮຸນ​ແຮງ​ທີ່​ແນ​ໃສ່​ແມ່​ຍິງ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27​ພະຈິກນີ້,ຢູ່​ນະຄອນຫຼວງມາ​ດຼິດຂອງ​ແອ​ສປາຍ,ຄະ​ນະ​ກຳມາ​ທິການ​ເອີ​ລົບ​ໄດ້​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການລົບ​ລ້າງກຳລັງ​ຮຸນ​ແຮງ​ທີ່​ແນ​ໃສ່​ແມ່ຍິງ,​ແລະ​ປະກາດ​ເລີ່​ມ​ເປີດຂະ​ບວນລົບ​ລ້າງ​ກຳລັງ​ຮຸນ​ແຮງ​ທີ່​ແນ​ໃສ່​ແມ່ຍິງ​ຢູ່​ເອີ​ລົບ.

ຜູ້​ແທນ​ປະມານ300​ຄົນ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ຂອງ​ເອີ​ລົບ​ແລະ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ,​ແລະ​ໄດ້​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ​ກຳ​ລັງ​ຮຸນ​ແຮງ​ທີ່​ແນ​ໃສ່​ແມ່​ຍິງ ​ແຫຼ່ງ​ກົກ​ຮາກ​ສັງຄົມ​ຂອງ​ມັນ ມາດ​ຕະການ​ປ້ອງ​ກັນ​ກຳລັງ​ຮຸນ​ແຮງ​ທີ່​ແນ​ໃສ່​ແມ່ຍິງ​ແລະ​ປົກ​ປ້ອງ​ຜູ້​ປະ​ສົບ​ຜົນ​ຮ້າຍ​ພ້ອມ​ດ້ວຍ​ການ​ສຶກສາ​ທີ່​ກ່ຽວ​ຂ້ອງ​ເປັນ​ຕົ້ນ.​ອີງ​ຕາມ​ການ ຈັດ​ວາງ,​46​ປະ​ເທດ​ພາ​ຄີ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ເອີ​ລົບ​ຈະ​ຈັດ​ກິດ​ຈະ​ກຳ​ໂຄ​ສະ​ນາ​ກ່ຽວ​ກັບ​ການລົບ​ລ້າງ​ກຳລັງ​ຮຸນ​ແຮງ​ທີ່​ແນ​ໃສ່​ແມ່​ຍິງ​ຢ່າງ​ຮອບ​ດ້ານ​ໃນ​ປີ​2007.