 ກອງປະຊຸມອັດລົງ
ຕາມຂ່າວCRI: ກອງປະຊຸມຂັ້ນລັດຖະມົນຕີຂອງອົງການເອເປັກຄັ້ງທີ 18 ທີ່ຈັດຂຶ້ນຢູ່ຮ່າໂນ້ຍຂອງຫວຽດນາມເປັນເວລາ 2 ມື້ໄດ້ອັດລົງໃນວັນທີ 16 ພະຈິກນີ້,ແລະໄດ້ປະກາດ"ຖະແຫຼງການຮ່ວມ"ຫຼັງອັດປະຊຸມ.
 ທ່ານໂປຊີລາຍ ລັດຖະມົນຕີວ່າການກະຊວງການຄ້າຈີນເຂົ້າຮ່ວມກອງປະຊຸມ
ຖະແຫຼງການກ່າວວ່າ,ກອງປະຊຸມໄດ້ກ່າວຢ້ຳວ່າສະໜັບສະໜູນໂຄງປະກອບການຄ້າຫຼາຍຝ່າຍແລະສຸມກຳລັງເພື່ອບັນລຸເປົ້າໝາຍໂບກໍທີ່ເຮັດໃຫ້ການຄ້າແລະການລົງທຶນເປັນແບບເສລີແລະສະດວກກວ່າເກົ່າ,ເນັ້ນໜັກຮັກແໜ້ນການຮ່ວມມືດ້ານເສດຖະກິດແລະເຕັກໂນໂລຊີ,ເພີ່ມທະວີຄວາມປອດໄພຂອງມະນຸດ,ເພີ່ມການປະສານງານລະຫວ່າງອົງກອນເສດຖະກິດຕ່າງໆ,ຫຼຸດຄວາມຜິດໂຕນກັນດ້ານການພັດທະນາເສດຖະກິດແລະສັງຄົມຂອງພາກພື້ນອາຊີປາຊິຟິກໃຫ້ໜ້ອຍລົງ,ບັນລຸການພັດທະນາແບບຍືນຍົງແລະຈະເລີນຮຸ່ງເຮືອງພ້ອມກັນ.
 ທ່ານລີຈ້າວຊິງ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນແລກປ່ຽນກັບຄະນະຜູ່ແທນເຂດພິເສດຮົງກົງຂອງຈີນ
ຖະແຫຼງການກ່າວເນັ້ນວ່າ,ອົງການເອເປັກຍິນດີໃຊ້ທຸກວິທີເພື່ອໃຫ້ການເຈລະຈາຮອບໂດຮາມີການບຸກທະລຸອັນຈຳເປັນ,ເຮັດໃຫ້ການເຈລະຈາຮອບໂດຮາໄດ້ຮັບໝາກຜົນອຸດົມສົມບູນແລະດຸນດ່ຽງກັນ.ເພື່ອເລື່ອງນີ້,ກອງປະຊຸມສະເໜີໃຫ້ກອປະຊຸມບໍ່ເປັນທາງການຂອງຜູ່ນຳອົງການເອເປັກປະກາດຖະແຫຼງການແຕ່ຝ່າຍດຽວສະບັບໜຶ່ງກ່ຽວກັບການເຈລະຈາຮອບໂດຮາ.ກອງປະຊຸມຍັງໄດ້ອະນຸມັດແຜນການດຳເນີນນງານຮ່າໂນ້ຍທີ່ມີຈຸດປະສົງເລັ່ງລັດການບັນລຸເປົ້າໝາຍໂບກໍໃຫ້ໄວເຂົ້າ.
 ກອງປະຊຸມອັດລົງ
|