|
 |
(GMT+08:00)
2006-09-17 19:55:58
|
 |
ທ່ານທັກສິນ ຊິນນະວັດຮຽກຮ້ອງໃຫ້ອອກແຮງສືບສວນຄະດີລະເບີດລຽນຕິດຢູ່ເມືອງຫາດໃຫຍ່ໃນທັນທີ
cri
Author: mo
ຕາມຂ່າວCRI:ວັນທີ 17 ກັນຍາ, ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີຮັກສາການຂອງໄທໄດ້ສະແດງຄວາມສົນໃຈຕໍ່ຄະດີລະເບີດລຽນຕິດທີ່ເກີດຂຶ້ນຢູ່ເມືອງຫາດໃຫຍ່ ພາກໃຕ້ຂອງໄທ, ແລະອອກຄຳສັ່ງໃຫ້ກອງທະຫານພາກໃຕ້ຂອງໄທແລະຕຳຫຼວດຈັງຫວັດສົງຂາອອກແຮງສືບສວນຄະດີ, ເພື່ອຈັບຜູ້ກໍ່ເຫດໂດຍໄວ.
ພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດຂອງຂະບວນການບໍ່ຮ່ວມກຸ່ມຢູ່ກູບາແລ້ວ, ທ່ານທັກສິນໄດ້ເດີນທາງໄປຮອດເມືອງຄານຄູນແຫ່ງແມັກຊິກເພື່ອຢ້ຽມຢາມ. ທ່ານຮຽກຮ້ອງໃຫ້ຜູ້ບັນຊາການໃຫຍ່ຂອງກອງທັບບົກໄທແລະອະທິບໍດີກົມຕຳຫຼວດຮ່ວມມືກັນສືບສວນຄະດີດັ່ງກ່າວ, ເພີ່ມທະວີການປ້ອງກັນຄວາມປອດໄພຢູ່ຈັງຫວັດຕ່າງໆຢູ່ພາກໃຕ້ຂອງໄທ, ເພື່ອບໍ່ໃຫ້ເກີດເຫດການຮ້າຍແຮງທີ່ຄ້າຍຄືກັນນີ້ອີກ.
ຕອນຄ່ຳວັນທີ 16 ກັນຍາ ເຂດຄຸ້ມການຄ້າໃນໃຈກາງເມືອງຫາດໃຫຍ່ຈັງຫວັດສົງຂາ ພາກໃຕ້ຂອງໄທໄດ້ເກີດເຫດການລະເບີດ 6 ລາຍ. ຕາມຕົວເລກສະຖິຕິຂອງຝ່າຍທາງການໄທໃນປັດຈຸບັນ, ການລະເບີດໄດ້ເຮັດໃຫ້ 4 ຄົນເສຍຊີວິດ, ໃນນັ້ນມີຜູ້ໜຶ່ງແມ່ນນັກທ່ອງທ່ຽວການາດາ, ມີອີກ 72 ຄົນເຊິ່ງລວມທັງນັກທ່ອງທ່ຽວຕ່າງປະເທດ 14 ຄົນຖືກບາດເຈັບ.
|
|
|