|
 |
(GMT+08:00)
2006-07-22 21:09:43
|
 |
ທ່ານນາງລາຍສ໌ຕີລາຄາຢ່າງຕັ້ງໜ້າຕໍ່ທ່ວງທ່າຂະຫຍາຍຕົວຂອງການພົວພັນລະຫວ່າງອາເມລິກາກັບຈີນ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ 21 ກໍລະກົດ ຢູ່ວໍຊິງຕັນ ທ່ານນາງລາຍສ໌ ລັດຖະມົນຕີການຕ່າງປະເທດອາເມລິກາເວົ້າວ່າ,ການພົວພັນລະຫວ່າງອາເມລິກາກັບຈີນມີທ່ວງທ່າຂະຫຍາຍຕົວຢ່າງດີງາມ,ຜູ້ນຳຂອງສອງປະເທດໄດ້ຢ້ຽມຢາມກັນຢ່າງບໍ່ຂາດສາຍ,ທັງນີ້ຈະຊ່ອຍໃຫ້ສອງປະເທດຂະຫຍາຍການພົວພັນດີກວ່າເກົ່າແລະໝັ້ນຄົງກວ່າເກົ່າ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວຢູ່ກະຊວງການຕ່າງປະເທດອາເມລິກາໃນມື້ດຽວກັນນັ້ນ ທ່ານນາງລາຍສ໌ເວົ້າວ່າ,ກຳລັງສັງລວມແຫ່ງຊາດແລະອິດທິພົນຂອງຈີນໄດ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ,ອາເມລິກາຫວັງໃຫ້ຈີນເຂັ້ມແຂງ,ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນວຽກງານຄວາມປອດໄພສາກົນ.ຈີນແມ່ນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ,ອາເມລິກາຕ້ອງການຮ່ວມມືກັບຈີນເພື່ອສະແຫວງຫາວິທີແກ້ໄຂບັນຫາອີຣານ ບັນຫາແຫຼມເກົາຫຼີແລະບັນຫາຕາເວັນອອກກາງເປັນຕົ້ນ,ນີ້ແມ່ນສຳຄັນທີ່ສຸດ.
ທ່ານນາງລາຍສ໌ຍັງຊີ້ອອກວ່າ,ອາເມລິກາແລະຈີນແມ່ນປະເທດໃຫຍ່,ການພົວພັນລະຫວ່າງສອງປະເທດສັບສົນ,ສະນັ້ນ ລະຫວ່າງສອງປະເທດມີຄວາມເຫັນຂັດກັນບໍ່ແມ່ນເລື່ອງປະຫຼາດຫຍັງ.
|
|
|