ຕາມຂ່າວສານຊິນຮວາ:ວັນທີ16ກໍລະກົດ,ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີກະຊວງສິ່ງແວດລ້ອມສະຫະພາບເອີລົບທີ່ດຳເນີນເປັນເວລາ2ມື້ໄດ້ອັດລົງຢູ່ໂຕຄູ ຕົວເມືອງພາກໃຕ້ແຟງລັງ.ຜູ້ແທນຮ່ວມປະຊຸມກ່າວເນັ້ນວ່າ,ສະຫະພາບເອີລົບຕ້ອງການກຳນົດນະໂຍບາຍສິ່ງແວດລ້ອມສະບັບໃໝ່,ເພື່ອຮັບມືກັບການທ້າທາຍຍ້ອນໂລກາພິວັດ.
ໃນກອງປະຊຸມ,ຜູ້ແທນຮ່ວມປະຊຸມຊີ້ອອກວ່າ,ພາຍໃຕ້ທ່ວງທ່າໂລກາພິວັດ,ຄວນນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ,ໃນດ້ານການບໍລິໂພກແລະການຜະລິດຄວນເອົາໃຈໃສ່ອະນຸລັກສິ່ງແວດລ້ອມ,ຖ້າບໍ່ດັ່ງນັ້ນ,ຈະຄວບຄຸມດິນຟ້າອາກາດປ່ຽນແປງແລະອະນຸລັກຊີວະນາໆພັນບໍ່ໄດ້.
ນອກນີ້,ຜູ້ແທນຮ່ວມປະຊຸມຍັງຊີ້ອອກວ່າ,ຄວນໃຊ້ພາຫະນະເສດຖະກິດມາຊຸກຍູ້ການຜະລິດທີ່ປອດການທຳລາຍຕໍ່ສິ່ງແວດລ້ອມແລະການບໍລິໂພກແບບຍືນຍົງຕື່ມອີກ.ພວກເຂົາເຈົ້າຫວັງໃຫ້ຄະຫະກຳມາທິການສະຫະພາບເອີລົບສະເໜີຂໍ້ສະເໜີລະອຽດຕໍ່ເລື່ອງນີ້ໂດຍໄວ.
|