ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 17:01:00    
ຍີ່​ປຸ່ນ​ແລະ​ອາ​ເມ​ລິ​ກາ​ກ່າວ​ວ່າ​ຈະ​ພ້ອມ​ກັນ​ຊຸກ​ຍູ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ຜ່ານ​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ​ບັນ​ຫາ​ສ.ປ.ປ.​ເກົາ​ຫຼີ​ທົດ​ລອງ​ຍິງ​ສົ່ງ​ລູກ​ສອນ​ໄຟ​ນຳ​ວິ​ຖີ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ10​ກໍລະກົດ,ຢູ່​ທີ່​ໂຕກ​ຽວ,ທ່ານ​ທາ​ໂຣ ອາ​ໂຊ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ໄດ້​​ຈັດການ​ເຈລະຈາ​ກັບ​ທ່ານ​ຄຼີສທອບ​ເຟີ ຮີ​ວ ຜູ່​ຊ່ອຍລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ,ຫົວໜ້າຄະນະ​ຜູ້​ແທນ​ຝ່າຍ​ອາ​ເມ​ລິ​ກາ​ຂອງ​ການ​ເຈລະຈາ​6ຝ່າຍ.ສອງ​ຝ່າຍ​ກ່າວ​ວ່າ​ຈະ​ຮັກສາ​ການ​ຮ່ວມ​ມື,​ຍາດ​ແຍ່ງ​ໃຫ້ສະພາ​ຄວາມ​ໝັ້ນຄົງ​ສະ​ຫະປະຊາ​ຊາດ​ລອງ​ຄະ​ແນນ​ສຽງ​ຜ່ານ​ຮັບຮອງມະຕິ​ກ່ຽວ​ກັບ​ບັນຫາ​ສ.ປ.ປ.​ເກົາຫຼີ​ທົດ​ລົງ​ຍິງ​ສົ່ງ​ລູກ​ສອນ​ໄຟ​ນຳວິຖີ.

ທ່ານ​ທາ​ໂຣ ອາ​ໂຊ​ແລະ​ທ່ານ​ຮີ​ວ​ໄດ້​ປຶກສາ​ຫາລືກັນ​ກ່ຽວ​ກັບ​ເລື່ອງ​ທວງ​ໃຫ້ສ.ປ.ປ.​ເກົາຫຼີກັບ​ຄືນ​ສູ່ການ​ເຈລະຈາ6​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫີຼ​ໂດຍ​ໄວ.

ກ່ອນ​ໜ້າ​ນີ້,ທ່ານ​ທາ​ໂຣ ​ອາ​ໂຊ​ຍັງ​ໄດ້​ໂທລະສັບ​ລົມກັບ​ທ່ານ​ນາງ​ໄຣສ໌ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ,ສອງ​ຝ່າຍ​ກ່າວ​ວ່າ ຈະ​ພ້ອມ​ກັນ​ທວງໃຫ້​ປະ​ເທດທີ່​ກ່ຽວຂ້ອງ​ສະໜັບສະໜູນ​ຮ່າງ​ມະຕິ​ທີ່​ຍີ່​ປຸ່ນ,ອາ​ເມ​ລິ​ກາ,ຝຣັ່ງແລະອັງກິດ​ຍື່ນ​​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດນັ້ນ.