ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 10:05:50    
ຜູ່​ຮັບ​ລາງ​ວັນ​ໂນ​ແບນ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະ​ນາ​ຄົດ​ຂອງ​ຈີນ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ

cri Author: sayvanny
ຕາມ​ຂ່າວ​ສານ​ຊິນ​ຮວາ:​ໃນ​ເວ​ທີ​ປາ​ໃສ​ຜູ່​ໄດ້​ລາງວັນ​ໂນ​ແບນ​ດ້ານ​ວິ​ທະ​ຍາ​ສາດ​ຄັ້ງ​ທີ 56 ທີ່​ພວມ​ຈັດ​ຂຶ້ນ​ຢູ່​ເມືອງ​ລິນ​ດາວ​ແຫ່ງ​ເຢຍ​ລະ​ມັນ,ຜູ່​ໄດ້​ລາງ​ວັນ​ໂນ​ແບບ​ຫລາຍ​ທ່ານ​ໄດ້​​ໃຫ້​ຄຳ​ຢືນ​ຢັນ​ຕໍ່​ຈີນ​ທີ່​ໄດ້​​ພະ​ຍາຍມ​ເຜີຍ​ແຜ່​ໃຊ້​ພະ​ລັງ​ງານ​ສະ​ອາດ,​ແລະ​ເຫັນ​ໄປ​ໃສ​ແງ່​ດີ​ຕໍ່​ອະ​ນາ​ຄົດ​ຂອງ​ຈີນ​​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ.

​ໃນ​ກອງ​ປະ​ຊຸມ​ຫາລື​ທີ່​ພາດ​ຫົວ​ເລື່ອງ​ວ່າ:ທົ່ວ​ໂລກ​ຮ້ອນ​ຂຶ້ນ​ກັບ​ພະ​ລັງ​ງານ​ສະ​ອາດ,ຜູ່​ໄດ້​ລາງ​ວັນ​ໂນ​ແບນ​ດ້ານ​ເຄມີ​ສາດ​ຫລາຍ​ທ່ານ​ເວົ້າ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ສຳ​ນຶກ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ​ແລະ​ຄວາມ​ຈຳ​ເປັນ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ​ຢ່າງ​ເຕັມ​ສ່ວນ,​ພ້ອມ​ທັງ​ໄດ້​ມີ​ການ​ກະ​ທຳ​ຕົວ​ຈິງ​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ລະ​ບົບ​ຫນຶ່ງ,ສົ່ງ​ເສີມ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ.ພວກ​ທ່ານ​ເວົ້າ​ວ່າ, ​ເຖິງ​ວ່າ​ຫລາຍ​ຕົວ​ເມືອງ​ຂອງ​ຈີນ​​ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ເຊື່ອມ​ພິດ​ກໍ່​ຕາມ, ​ແຕ່​ການ​ຫັນ​ປ່ຽນ​ດ້ານ​ແນວ​ຄິດ​ຈະ​ເປັນ​ບາດ​ກ້າວ​ສຳຄັນ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນ​ຫາ.