ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-26 19:24:26    
ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ທະ​ນາ​ຄານ​ຊຳ​ລະ​ບັນຊີ​ສາ​ກົນ​ກ່າວ​ວ່າ, ​ເສດ​ຖະ​ກິດ​ໂລກ​ຈະ​ເຕີບ​ໂຕ​ຢ່າງ​ສືບ​ເນື່ອງ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 26 ມິຖຸນາ​, ກອງ​ປະຊຸມ​ປະຈຳ​ປີ​ຄັ້ງທີ 76 ຂອງ​ທະນາຄານ​ຊຳລະ​ບັນຊີ​ສາກົນ​ໄດ້​ຈັດ​ຂຶ້ນ​ຢູ່ບາ​ແຊນ​ແຫ່ງ​ສວິສ. ບົດ​ລາຍ​ງານ​ສົກ​ປີ 2005-2006ທີ່​ທະນາຄານ​ດັ່ງກ່າວ​ປະກາດ​ໃນ​ມື້​ດຽວ​ກັນ​ຄາດ​ຄະ​ເນ​ວ່າ, ປີ 2006, ​ເສດຖະກິ​ດ​ໂລກ​ຈະສືບ​ຕໍ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.

ບົດ​ລາຍ​ງານ​ຂຽນ​ວ່າ, ປີ 2005, ອັດຕາ​ເຕີບ​ໂຕຂອງເສດຖະກິດ​ໂລກ​ໄດ້​ລື່ນ​ກາຍ 4% 3 ປີ​ລຽນຕິດ, ປະກອບ​ເປັນ​ໄລຍະ​ຮຸ່ງ​ເຮືອງ​ທີ່​ສຸດດ້ານ​ເສດຖະກິດ​​ແຕ່​ຊຸມ​ປີ 70 ສະຕະວັດ​ທີ່​ແລ້ວ​ມາ​ນີ້, ອາ​ເມ​ລິ​ກາ​ແລະ​ຈີນ​ຍັງ​ແມ່ນ​ເຄື່ອງຈັກ​ແມ່​ແຮງ​ສຳຄັນທີ່​ຊຸກ​ຍູ້​ໃຫ້​​ເສດຖະກິດ​ໂລກ​ເຕີບ​ໂຕຕໍ່​ມາ​, ສ່ວນ​ສະພາບ​ເສດ​ຖະກິດ​ຂອງ​ເອີ​ລົບ​ແລະ​ຍີ່​ປຸ່ນກໍ​ດີ​ຂຶ້ນ. ​ເຖິງ​ວ່າ​ລາຄານ້ຳ​ມັນ​ເຊື້ອ​ໄຟ​ແລະ​ວັດຖຸ​ດິບ​ຍັງສູງ​ຢູ່​ຄື​ເກົ່າ, ​ແຕ່​ອັດຕາ​ໄພ​ເງິນ​ເຟີ້​​ໃນ​​ໂລກ​ຍັງ​ຄົງ​ຮັກສາ​ຢູ່​ໃນລະດັບ​ຕ່ຳ.