|
 |
(GMT+08:00)
2006-06-13 14:18:12
|
 |
ອົງການອານຟາຕາກັບອົງການຮາມັສປາເລັສຕິນເກີດເຫດການປະທະກັນຢ່າງຮ້າຍແຮງຫຼາຍເທື່ອ
cri
Author: min
ຕາມຂ່າວCRI: ວັນທີ 12 ມິຖຸນາ, ຢູ່ຫຼາຍເຂດໃນແຖບກາຊາແລະຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຜູ້ປະກອບອາວຸດແລະຜູ້ສະໜັບສະໜູນອົງການອານຟາຕາແລະອົງການຮາມັສປາເລັສຕິນໄດ້ເກີດເຫດການປະທະກັນຢ່າງຮ້າຍແຮງຫຼາຍເທື່ອ.
ຕາມຂ່າວແຈ້ງວ່າ, ໃນມື້ດຽວກັນ, ຜູ້ປະກອບອາວຸດຂອງອົງການຮາມັສພ້ອມທາງນາຍແລະພົນທະຫານອົງການອານຟາຕາຂອງກອງທັບປ້ອງກັນຄວາມປອດໄພເກີດເຫດການຍິງກັນຢູ່ລາຟາພາກໃຕ້ແຖບກາຊາ. ຕາມບຸກຄົນຝ່າຍແພດເວົ້າວ່າ, ສະມາຊິກອົງການຮາມັສຜູ້ໜຶ່ງແລະສາມັນຊົນຜູ້ໜຶ່ງໄດ້ເສຍຊີວິດໃນການຍິງກັນ, ອີກ 15 ຄົນບາດເຈັບ.
ທ່ຽງຄືນວັນທີ 12 ມິຖຸນາ, ຢູ່ເມືອງລາມາລາເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຜູ້ປະກອບອາວຸດແລະຜູ້ສະໜັບສະໜູນຂອງອົງການອານຟາຕາຫຼາຍສິບຄົນທີ່ຄຽດແຄ້ນໄດ້ບຸກເຂົ້າທຳນຽບນາຍົກລັດຖະມົນຕີແລະຕຶກຄະນະກຳມະການນິຕິບັນຍັດ, ທຳລາຍສິ່ງຂອງໃນ 2 ຕຶກໃຫຍ່ດັ່ງກ່າວ, ແລະຈູດເຜົາຕຶກ. ຕໍ່ມາບໍ່ດົນ, ຜູ້ປະກອບອາວຸດເຫຼົ່ານີ້ໄດ້ລັກພາຕົວກຳມະການຄະນະກຳມະການນິຕິບັນຍັດຂອງອົງການຮາມັສຢູ່ຢູ່ກາງເມືອງ,ຕໍ່ມາໄດ້ປ່ອຍຕົວກຳມະການຜູ້ນີ້.
|
|
|