ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 17:55:43    
ປະ​ເທດ​ຕ່າງໆ​ໃນ​ໂລກ​ພາ​ກັນ​ຈັດ​ການ​ເຄື່ອນ​ໄຫວ​ເພື່ອ​ລະ​ລຶກ​ວັນ​ສິ່ງ​ແວດ​ລ້ອມ​ໂລກ

cri Author: mo



ຕາມ​ຂ່າວCRI:ວັນ​ທີ 5 ມິຖຸນາ​ແມ່ນ​ວັນ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ. ຕາມ​ບົດ​ລາຍ​ງານ​ທີ່​ສຳນັກ​ງານ​ແຜນ​ການ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ​ປະກາດ​ໃນ​ວັນ​ທີ 5 ມິ​ຖຸນາ, ຍ້ອນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ປັດໃຈ​ຕ່າງໆ​ເຊັ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ປະລິ​ມານ​ຕ້ອງການ​ນ້ຳ​ເພີ່ມ​ຂຶ້ນ​ແລະ​ສະ​ພາບ​ທີ່​ດິນທີ່​ລະບາຍ​ນ້ຳ​ຫັນ​ເປັນ​ດິນ​ທາດ​ເຄັມ​ຊຸດ​ຮ້າຍ​ລົງ​ເປັນ​ຕົ້ນ,​ທົ່ວ​ໂລກ​ພວມ​ປະ​ເຊີນ​ກັບ​ການ​ຂົ່ມ​ຂູ່ຂອງ​ທີ່​ດິນ​ຫັນ​ເປັນທະ​ເລຊາຍ​ນັບ​ມື້​ນັບ​ໜັກ​ໜ່ວງ.​ມື້​ດຽວ​ກັນ,​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ອານ​ນານ​ ເລຂາ​ທິ​ການ​ໃຫຍ່​ສະ​ຫະປະ​ຊາ​ຊາດ​ກ່າວ​ວ່າ,​ຄຳ​ຂວັນ​ຂອງ​ວັນ​ສິ່ງ​ແວດ​ລ້ອມ​ປີ​ນີ້​ແມ່ນ​"ຢ່າ​ໃຫ້​ດິນ​ແຫ້ງ​ແລ້ງກາຍ​ເປັນ​ທະເລ​ຊາຍ",​ລັດຖະ​ບານ​ຂອງ​ບັນດາ​ປະ​ເທດ​ແລະ​ຄຸ້ມ​ເຮືອນຢູ່​ຂອງ​ແຫ່ງ​ຕ່າງໆ​ໃນ​ໂລກ​ຄວນ​ເຈາະຈົງ​ເອົາ​ໃຈ​ໃສ່​ນຳ​ການ​ທ້າ​ທາຍ​ຕ່າງໆ​ທີ່​ປະ​ເຊີນ​ໃນການ​ດຳລົງ​ຊີວິດ​ຢູ່ແຄມ​ທະເລ​ຊາຍ, ​ເຮັດ​ໃຫ້​ປະຊາ​ຊົນ​ທີ່​ອາ​ໄສ​ຢູ່​ແຫ່ງ​ນັ້ນ​ມີ​ຫວັງ​ຈະ​ໄດ້​ຮັບຜົນ​ປະໂຫຍດ​ຈາກ​ສັນຕິ​ພາບ ສຸຂະ​ພາບ​ແລະ​ສັງຄົມ​ກ້າວໜ້າ​ໃນ​ອະນາ​ຄົດ.


ພ້ອມ​ກັນ​ນັ້ນ,​ປະ​ເທດ​ຕ່າງໆ​ໃນ​ໂລກ​ພາ​ກັນ​ຈັດການ​ເຄື່ອນ​ໄຫວ​ເພື່ອ​ລະ​ລຶກວັນ​ສິ່ງ​ແວດ​ລ້ອມ​ໂລກ.​ຢູ່ອານ​ເຊລີ ບ່ອນ​ສຳຄັນ​ຂອງການ​ຈັດ​ການ​ເຄື່ອນ​ໄຫວ​ລະ​ລຶກວັນ​ສິ່ງແວດ​ລ້ອມປີ​ນີ້,​ທ່ານ​ບູເຕ ຟຼິກາ ປະທາ​ນາທິ​ບໍດີ​ອານ​ເຊ​ລີ​ໄດ້​ຮຽກ​ຮ້ອງ​ໃຫ້​ວາງ​"ກົດ​ບັດ​ບັນຫາ​ທະເລ​ຊາຍ​ຂອງ​ໂລກ".​ເພື່ອ​ຊ່ອຍ​ບັນລຸ​ເປົ້າໝາຍ​ພັດທະ​ນາສະ​ຫັດ​ສະ​ວັດຄື​ຮອດ​ປີ 2015,​ໃຫ້​ອັດ​ຕາ​ຄວາມ​ທຸກ​ຍາກ​ຫຼຸດລົງ​ເຄິ່ງ​ໜຶ່ງ.