ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-03 18:10:07    
ທ່ານ​ອານ​ນານ​ກ່າວ​ວ່າ ຍີ່​ປຸ່ນ​ຄວນ​ປົວ​ແປງ​ການ​ພົວ​ພັນ​ກັບ​ຈີນ​ແລະ​ສ.​ເກົາຫຼີ

cri Author: MO
ຕາມ​ຂ່າວCRI: ຕອນ​ເຊົ້າວັນ​ທີ 3 ມິຖຸນາ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ພົບ​ປະ​ທ່ານ​ໂຢຊີ​ໂລ ​ໂມ​ລີ ອະ​ດີດນາຍົກລັດຖະມົນຕີຍີ່​ປຸ່ນທີ່​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ, ທ່ານ​ອານ​ນານ​ກ່າວ​ວ່າ, ຍີ່​ປຸ່ນຄວນ​ພະຍາຍາມ​ປົວ​​ແປງ​ການ​ພົວພັນ​ກັບ​ຈີນ​ແລະ​ສ.​ເກົາຫລີ​ໃຫ້​ດີ​ຂຶ້ນ.

ຕາມ​ໜັງສືພິມ​ມາ​ອິນີຈີ່ຂອງ​ຍີ່​ປຸ່ນລາຍ​ງານ​ວ່າ, ທ່ານ​ອານ​ນານ​ກ່າວ​ວ່າ, ​ຍີ່​ປຸ່ນ ຈີນ​ແລະ​ສ.​ເກົາຫລີ​ຕ້ອງ​ເກາະ​ແຂນ​ກັນ, ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ການ​ພັດທະນາ​ຂ​ອງ​ໂລກ. ​ເຖິງ​ວ່າ​ມີ​ຄວາມຂັດ​​ແຍ່ງ​ກັນ​ໜ້ອຍ​ໜຶ່ງ​ກໍ່ຕາມ, ກໍ​ຕ້ອງ​ຮ່ວມ​ມືກັນ.

ທ່ານ​ໂຢຊີ​ໂລ ​ໂມລີ​ກໍ່​​ເຫັນ​ວ່າ, ຍີ່​ປຸ່ນຄວນ​ປົວ​ແປງ​ການ​ພົວພັນ​ທີ່​ບໍ່ກົມກຽວ​ກັນ​ກັບ​ຈີນ​ແລະ​ສ.​ເກົາຫລີ​ໃນສະ​ເພາະ​ໜ້ານີ້​ໃຫ້​ດີ​ຂຶ້ນ.