ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-02 15:57:05    
ເສດ​ຖະ​ກິດ​ການ​ຄ້າ​ຈີນ​ຍີ່​ປຸ່ນ​ພັດ​ທະ​ນາ​ຊ້າ​ລົງ​ບໍ່​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ຢູ່​ຍີ່ປຸ່ນ,ທ່ານ​ໂປ​ຊີ່​ໄລ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບຍີ່ປຸ່ນພັດທະນາ​ຊ້າ​ລົງ​ບໍ່​ສອດ​ຄ່ອງກັບຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ,ສອງ​ປະ​ເທດ​ຄວນ​ເລັງ​ສາຍຕາໃສ່​ອະນາຄົດ,​ເພີ່ມ​ທະວີ​ການ​ຮ່ວມ​ມື​​ທາງເສດຖະກິດ​ການ​ຄ້າ​ຢ່າງຮອບດ້ານ​ບົນ​ພື້ນຖານ​ທີ່​ສ້າງ​ສະພາບ​ແວດ​ລ້ອມ​ການ​ເມືອງທີ່​ດີງາມ.

ທ່ານ​ໂປ​ຊີ​ໄລ​ໄດ້​​ໃຫ້​ທັດສະນະດັ່ງກ່າວ​​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຍີ່ປຸ່ນໃນ​​ໄລຍະ​ໄປ​​ເຂົ້າ​ຮ່ວມເວທີ​ປາ​ໄສ​ສັງ​ລວມກ່ຽວ​ກັບ​ການປະຢັດ​ພະລັງງານ​ແລະ​ອຸ​ນຸລັກ​ສິ່ງ​ແວດ​ລ້ອມ​ລະຫວ່າງ​ຈີນ​ຍີ່ປຸ່ນ​ແລະ​ກອງ​ປະຊຸມ​ປະສົມ​ຂອງ​ອົງການ​ລົງທຶນ​ຈີນ​ຍີ່ປຸ່ນ​ຄັ້ງ​ທີ14ຢູ່​ຍີ່ປຸ່ນ​ໃນ​ຫວ່າງ​ມໍ່ໆ​ນີ້.

ເມື່ອເວົ້າ​ເຖິງ​ບັນຫາ​ປະຫວັດສາດ​ແລະ​ວັດ​ຢາ​ຊູ​ຄູ​ນີ,ທ່ານ​ໂປ​ຊີ່​​ໄລ​ກ່າວ​ວ່າ,​ໃນສະ​ເພາະ​ໜ້າ​ນີ້,ການ​ພົວພັນ​ລະຫວ່າງ​ຈີນກັບ​ຍີ່ປຸ່ນ​ໄດ້​ປະກົດ​ມີ​ຄວາມ​ຫຍຸ້ງ​ຍາກ​ອັນ​ໜັກໜ່ວງ,ສາ​ເຫດ​​ກໍແມ່ນ​ຜູ້ນຳ​ຍີ່ປຸ່ນ​ໄປ​ນະມັດສະການ​ວັດ​ຢາ​ຊູ​ຄູ​ນີທີ່​ຕັ້ງ​ປ້າຍ​ຂອງອາ​ຊະ​ຍາກ​ອນຊັ້ນ​ ກ ຂອງສົງ​ຄາມໂລກ​ຄັ້ງທີ​ສອງ,​ໄດ້​ບາດ​ຈິດ​ອາລົມ​ຂອງ​ປະຊາ​ຊົນ​ປະ​ເທດ​ຖືກ​ທຳຮ້າຍ​ຢ່າງ​ຫຼວງ​ຫຼາຍ​ເຊິ່ງ​ລວມທັງ​ປະຊາຊົນ​ຈີນນັ້ນ​ຢ່າງ​ໜັກ​ໜ່ວງ,​ໄດ້ທຳລາຍ​ພື້ນຖານ​ການ​ເມືອງ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ,ນັກ​ການ​ເມືອງ​ຍີ່ປຸ່ນ​ຄວນ​ປະຕິບັດ​ຕໍ່​ບັນຫາ​ປະຫວັດສາດ​ຢ່າງ​ຖືກຕ້ອງ,ບໍ່​​ໄປນະມັດສະການ​ວັດ​ຢາ​ຊູ​ຄູ​ນີອີກ.