|
 |
(GMT+08:00)
2006-05-17 16:53:00
|
ທະນາຄານໃຫຍ່ທີສາມຂອງອິສຣາແອນຕົກລົງຢຸດຕິການໄປມາຫາສູ່ກັນທາງການທະນາຄານກັບປາເລັສຕີນ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 16 ພຶດສະພາ, ທະນາຄານເດັສຄອນອິສຣາແອນ ເຊິ່ງເປັນທະນາຄານໃຫຍ່ທີສາມຂອງອິສຣາແອນປະກາດວ່າ, ຈະຢຸດຕິການໄປມາຫາສູ່ກັນທາງການທະນາຄານກັບທະນາຄານໝົດທຸກແຫ່ງພາຍໃນແດນປາເລັສຕີນ. ເຈົ້າໜ້າທີ່ຂອງທະນາຄານດັ່ງກ່າວອະທິບາຍວ່າ, ທາງທະນາຄານທຳການຕົກລົງດັ່ງກ່າວນີ້, ແມ່ນຍ້ອນໄດ້ພິຈາລະນາວ່າ ຖ້າສືບຕໍ່ໄປມາຫາສູ່ກັນກັບທະນາຄານປາເລັສຕີນ, ອາດຈະຂັດກັບເນື້ອໃນທີ່ກ່ຽວຂ້ອງຂອງກົດໝາຍຕ້ານການກໍ່ການຮ້າຍຂອງອິສຣາແອນ.
ພາຍຫຼັງລັດຖະບານຊຸດໃໝ່ຂອງປາເລັສຕີນທີ່ນຳໂດຍອົງການຮາມັສ ຂະບວນການອິສຣາມຕໍ່ຕ້ານຂອງປາເລັສຕີນດຳລົງຕຳແໜ່ງຢ່າງເປັນທາງການໃນເດືອນມີນາແລ້ວ, ທະນາຄານກຳມະກອນ ກຸ່ມທະນາຄານໃຫຍ່ກວ່າໝູ່ພາຍໃນປະເທດອິສຣາແອນກໍໄດ້ປະກາດຢຸດຕິການໄປມາຫາສູ່ກັນທາງການທະນາຄານທັງໝົດກັບຝ່າຍປາເລັສຕີນໃນຕົ້ນເດືອນເມສາ.
|
|
|